ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່ອີຣັກ,ກ່ວາ150ຄົນເສຍຊີວິດແລະຮັບບາດເຈັບ

ການໃຊ້ຄວາມຮຸນແຮງເພີ່ມຂຶ້ນຢູ່ອີຣັກ,ກ່ວາ150ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ສະຖານທີ່ເກີດເຫດວາງລະເບີດລົດໂອໂຕຢູ່ Kirkuk.
 (ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ຢ່າງໜ້ອຍ​ສຸດ​ມີ 50 ຄົນ​ເສຍຊີວິດ ​ແລະ ກ່ວາ 103 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​​ເຫດວາງ​ລະ​ເບີດ ​ແລະ ການ​ປະ​ທະ​ກັນ​ຄັ້ງ​ຕ່າງ​ໆ​ເກີດ​ຂື້ນ​ໃນ​ວັນ​ທີ 6/6, ຢູ່​ແຂວງ Nineveh, ທາງ​ທິດ​ເໜືອ ອີຣັກ. ​ເຫດການ​ດັ່ງກ່າວ​​ເກີດ​ຂຶ້ນ​ພາຍ​ລັງ​ບັນດາ​ມື​ປືນ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​​ແນ​ໃສ່​ນະຄອນ Samarra ທາງ​ທິດ​ເໜືອ​ປະ​ເທດ ອີຣັກ ​ແລະ ຄວບ​ຄຸມ​ເຂດ​ໃກ້​ຄຽງ​ຫຼາຍ​ແຫ່ງ​ພຽ​ງໜຶ່ງ​ວັນ.

    ປະຈຸ​ບັນ, ອີຣັກ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບໄລຍະ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ນັບ​ແຕ່​ຊຸມ​ປີ​ມໍ່ໆ​ມາ​ນີ້. ຕາມ​ຕົວ​ເລ​ກຂອງ ສປຊ ​ແລ້ວ, ບັນດາ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ປີ 2013 ​ໄດ້​ເຮັດ​ໃຫ້​ 8.868 ຄົນ​ເສຍ​ຊີວິດ ​ໃນ​ນັ້ນ​ມີ​ປະມານ 7.818 ຄົນ​ແມ່ນ​ສາມັນ​ຊົນ ​ແລະ ທະຫານ​ລາດ.

ຂ່າວ/ບົດ​ອື່ນ