ກໍ່າປັ່ນກອງທັບເຮືອສິງກະໂປຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ

ກໍ່າປັ່ນກອງທັບເຮືອສິງກະໂປຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ - ảnh 1
ກໍ່າປັ່ນກອງທັບເຮືອສິງກະໂປຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ
(ພາບ: VTC)

(vovworld) - ​ໂດຍ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ, ກ່ຳ​ປັ່ນ RSS ENDURANCE ຂອງກອງ​ທັບ​ເຮືອ​ສ.ສິງ​ກະ​ໂ​ປ ພ້ອມ​ກັບ​ລູກ​ເຮືອ 80 ຄົນ​ຫາກໍ່​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນ​ສາ​ກົນ​ກາມ​ແຣງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບຢ​ູ່​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 17 – 21/03. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ກ່ຳ​ປັ່ນທະ​ຫານ​ຕ່າງ​ປະ​ເທດ​ເຂົ້າ​​​ທຽບທ່າ​ກ່ຳ​ປັ່ນ​ສາ​ກົນ​ກາມ​ແຣງ, ເຊິ່ງ​ແມ່ນ​ທ່າ​ກ່ຳ​ປັ່​ນ​ສາ​ກົນ​ໃຫຍ່​ທີ່​ສຸດ ທີ່​ຫາ​ກໍ​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 08/03.

        ການ​ຢ້ຽມ​ຢາມ​ຂອງ​ກ່ຳ​ປັ່ນ​ກອງ​ທັບ​ເຮືອສິງ​ກະ​ໂ​ປ ຄັ້ງ​ນີ້​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ຫວຽດ​ນາມ ແລະ ສິງ​ກະ​ໂປ​ ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ເໝ​າະ​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ຢ້ຽມ​ຢາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​​ການ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ 2 ປະ​ເທດ ເວົ້າ​ລວ​ມ, ລະ​ຫວ່າງກອງ​ທັບ​ 2 ປະ​ເທດ​ເວົ້າ​ສະ​ເພາະ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມິ​ປະ​ສິດ​ທິ​ຜົນ. ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ, 2 ຝ່າຍ​ຍັງ​ໄດ້​ຈັດ​ການ​ຢ້ຽມ​ຢາມ​ກ່ຳ​ປັ່ນ​ເຊິ່ງ​ກັນ ແລະ ກັນ, ແຂ່ງ​ຂັນກິ​ລາ​ກັບ​ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ເຂດ 4 ແລະ ຢ້ຽມ​ຢາມ​​ທັດ​ສະ​ນີ​ຍະ​ພາບ​ບາງ​ແຫ່ງ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ