ກໍ່າປັ່ນທ່ອງທ່ຽວທ້ຽວລຳທີ 5 ເຂົ້າທຽບທ່າກໍ່ປັ່ນ ເຈີນໄມ - ເທື່ອທຽນເຫ໋ວ

ກໍ່າປັ່ນທ່ອງທ່ຽວທ້ຽວລຳທີ 5 ເຂົ້າທຽບທ່າກໍ່ປັ່ນ ເຈີນໄມ - ເທື່ອທຽນເຫ໋ວ - ảnh 1
(ພາບ: nhandan.com.vn)
(vovworld) -     ​ໃນ​ວັນ​ທີ 20 ​ແລະ 21/02, ກໍ່າ​ປັ່ນ​ທ່ອງ​ທ່ຽວ Seven Seas Voyager (ຂອງ Bahamas) ​ໄດ້​ເຂົ້າທຽບທ່າ​ກໍ່າ​ປັ່ນ ​ເຈີ​ນ​ໄມ, ​ແຂວງ ​ເທື່ອ​ທຽງ​ເຫ໋ວ, ນຳ​ແຂກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 600 ຄົນ​ມາ​ຢ້ຽມຢາມ​ບັນດາ​ປູຊະ​ນີ​ຍະສະ​ຖານ​ຢູ່​ພາກ​ກາງຫວຽດນາມ. ນີ້​ແມ່ນກໍ່າ​ປັ່ນຖ້ຽວທີ່ 5 ທີ່​ເຂົ້າທຽບທ່າ​ກໍ່າ​ປັ່ນ ​ເຈີ​ນ​ໄມ ​ໃນ​ໂອກາດ​ຕົ້ນ​ປີ 2013. ພາຍຫຼັງ​ເຂົ້າທຽບທ່າ​ກໍ່າ​ປັ່ນ​ເຈີ​ນ​ໄມ, ​ແຂວງ​ເທື່ອ​ທຽນ​ເຫ໋ວ, ​ແຂກ​ທ່ອງ​ທ່ຽວ​ໄດ້​ໄປ​ຢ້ຽມຢາມ​ເຂດປູຊະນີຍະສະຖານ​ຢູ່ກຸງ​ເກົ່າ​ເຫ໋ວ ​ແລະ ​ຄຸ້ມ​ເ​ມື​ອງ​ເກົ່າ ​ໂຮ້ຍອານ, ​ແຂວງ​ກວາງ​ນາມ; ພ້ອມ​ທັງ​ໄດ້​ຮັບ​ປະທານ​ບັນດາ​ເຍື່ອງອາຫານ​ ​ແລະ ​ເຂົ້າຊົມ​ການສະ​ແດງດົນ​ຕີ​ໃນພະລາດ​ຊະ​ວັງ​ຢູ່​ໂຮງ​ລະຄອນ ຢຽດ​ທິ​ເດື່ອງ - ​ໃນ​ພະລາດ​ຊະ​ວັງ​ເຫ໋ວ. ປີ 2013, ທ່າ​ກຳ​ປັ່ນ ​ເຈີ​ນ​ໄມ ຄາດ​ວ່າ​ຈະ​ຕ້ອນຮັບກໍ່າ​ປັ່ນ 28 ຖ້ຽວ. ຈຳນວນ​ກໍ່າ​ປັ່ນ​ທີ່​ມີ​​ຂະໜາດ​ໃຫຍ່ ​ແລະ ບັນຈຸນ້ຳ​ໜັກຫຼາຍ​ຈະ​ເຂົ້າທຽບທ່າ​ກໍ່າ​ປັ່ນໃນ​ປີ 2013 ​ຫຼາຍ​ກວ່າ​ປີ 2012. ຄາດ​ວ່າ, ປີ 2013 ນີ້ ຈຳນວນ​ແຂກ​ທ່ອງ​ທ່ຽວ ​ແລະ ລູກ​ເຮືອ​ມາ​ຢ້ຽມຢາມນະຄອນ​ເຫ໋ວ​ກວ່າ 40.000 ​ເທື່ອຄົນ.
ຂ່າວ/ບົດ​ອື່ນ