ກໍາປູ​ເຈຍ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ ASEM 13 ຖືກຕ້ອງ​ຕາມ​ແຜນການ

(VOVWORLD) -ກໍາປູເຈຍ ຍັງຄົງຈະຈັດຕັ້ງກອງປະຊຸມ ASEM 13 ຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງໄວ້ ຄືໃນລະຫວ່າງວັນທີ 16 – 17 ພະຈິກ 2020.
ກໍາປູ​ເຈຍ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ ASEM 13 ຖືກຕ້ອງ​ຕາມ​ແຜນການ - ảnh 1 (ພາບປະກອບ:TTXVN)

        ທ່ານ  Luy David ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ທັງເປັນຫົວໜ້າຄະນະເລຂາແຫ່ງຊາດ ເວທີປາໄສຮ່ວມມື ອາຊີ - ເອີຣົບ ຄັ້ງທີ 13 (ASEM 13) ໃຫ້ຮູ້ວ່າ ກໍາປູເຈຍ ຍັງຄົງຈະຈັດຕັ້ງກອງປະຊຸມ ASEM 13 ຢ່າງຖືກຕ້ອງຕາມແຜນການທີ່ໄດ້ວາງໄວ້ ຄືໃນລະຫວ່າງວັນທີ 16 – 17 ພະຈິກ 2020. ທ່ານ     Luy David ຊີ້ແຈ້ງວ່າ ຄະນະກໍາມະການແຫ່ງຊາດກ່ຽວກັບການຈັດຕັ້ງ ກອງປະຊຸມ ASEM 13 ແລະ ຄະນະເລຂາຄະນະກໍາມະການນີ້ ພວມສືບຕໍ່ວຽກງານກະກຽມໃຫ້ແກ່ກອງປະຊຸມ ASEM 13 ທີ່ໄດ້ຮັບການເຫັນດີຈາກການນໍາບັນດາປະເທດສະມາຊິກ. ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນສູງນີ້, ກໍາປູເຈຍພວມກະກຽມຫຼາຍກິດຈະກໍາ, ໃນນັ້ນ ໃກ້ຈະສໍາເລັດການກໍ່ສ້າງສະຖານທີ່ຕ້ອນຮັບການນໍາ ແລະ ຄູ່ຮ່ວມມືຂອງ 53 ປະເທດທີ່ເຂົ້າຮ່ວມ.


ຕອບກັບ

ຂ່າວ/ບົດ​ອື່ນ