ກາຢັກສຖານ ຮັບຮອງເອົາສັນຍາ ໜຸນຊ່ວຍດ້ານກົດໝາຍ ກັບ ຫວຽດນາມ

ກາຢັກສຖານ ຮັບຮອງເອົາສັນຍາ ໜຸນຊ່ວຍດ້ານກົດໝາຍ ກັບ ຫວຽດນາມ - ảnh 1
​ທ່ານ​ປະທານາທິບໍດີ ກາ​ຢັກ​ສຖານ Nursultan Nazarbayev
(ພາບ: inform.kz)


(vovworld) - ວັນ​ທີ 10/4, ທ່ານ​ປະທານາທິບໍດີ ກາ​ຢັກ​ສຖານ Nursultan Nazarbayev ​ໄດ້​ເຊັນ​ກົດໝາຍຮັບຮອງ​ເອົາ “ ສັນຍາໜຸນຊ່ວຍ​ດ້ານ​ກົດໝາຍໃນ​ຂົງ​ເຂດ​ພົນລະ​ເຮືອນ​ລະຫວ່າງ ສ.ກາ​ຢັກ​ສຖານ ​ແລະ ສສ.ຫວຽດນາມ ”.

ສັນຍາດັ່ງກ່າວແນໃສ່ພັດທະນາການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການພົວ

ພັນ​ດ້ານ​ກົດໝາຍ, ໜຸນຊ່ວຍ​ກົດໝາຍ​ເຊິ່ງ​ກັນ ​ແລ​ະ ກັນ​ໃນ​ບັນດາ​ບັນຫາ​ພົນລະ​ເຮືອນ​ບົນຫຼັກການ​ເຄົາລົບ​ອະທິປະ​ໄຕ, ຄວາມ​ສະ​ເໝີພາບ ​ແລະ ຜົນ​ປະ​ໂຫຍດຂອງ​ກັນ. ສັນຍາ​ຈະ​ເຮັດ​ໃຫ້​ຂັ້ນຕອນ​ໜຸນຊ່ວຍ​ດ້ານ​ກົດໝາຍ​ໃຫ້​ແກ່​ພົນລະ​ເມືອງ​ປະ​ເທດ​ນີ້ຢູ່​ປະ​ເທດ​ອື່ນ​​ງ່າຍດາຍ​ກວ່າ.

    ສັນຍາໜຸນຊ່ວຍ​ດ້ານ​ກົດໝາຍ​ໃນ​ຂົງ​ເຂດ​ພົນລະ​ເຮືອນ​ໄດ້ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ11/2011 ​ໃນ​ຂອບ​ເຂດ​ການ​ຢ້ຽຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີ ກາ​ຢັກ​ສຖານ Nursultan Nazarbayev.

ຂ່າວ/ບົດ​ອື່ນ