ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃຫ​້​ແກ່ ຫວຽດ​ນາມ ໃນ​ສະ​ພາບ​ການ EVFTA ໄດ້​ຮັບ​ຮ​ອງ​ເອົາ​ໂດຍ​ໄວ

(VOVWORLD) - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ນະຄອນ ເກິ່ນເທີ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສາຂາ ເກິ່ນເທີ (VCCI ເກິ່ນເທີ) ແລະ ສູນກຳມະການສາກົນ ປະຈຳ ຫວຽດນາມ (VIAC) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ “ຮັບຮູ້ກາລະໂອກາດດຳເນີນທຸລະກິດໃນສະພາບການສັນຍາ ການຄ້າເສລີ ຫວຽດນາມ - EU (EVFTA) ໄດ້ຮັບຮອງເອົາໂດຍໄວ”.
ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ໃຫ​້​ແກ່ ຫວຽດ​ນາມ ໃນ​ສະ​ພາບ​ການ EVFTA ໄດ້​ຮັບ​ຮ​ອງ​ເອົາ​ໂດຍ​ໄວ - ảnh 1ພາບປະກອບ (ພາບ: TTXVN) 

ກອງປະຊຸມສຳມະນາແນໃສ່ສະໜອງບັນດາຂໍ້ມູນຂ່າວສານທີ່ມີປະໂຫຍດໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຈາກ ສັນຍາ EVFTA, ແງ່ຫວັງດຶງດູດການລົງທຶນຈາກສະຫະພາບ ເອີລົບ (EU) ກໍ່ຄືຍົກອອກວິທີການແກ້ໄຂ, ສະເໜີຄຳກ່າວເຕື່ອນໃຫ້ແກ່ບັນດາວິສາຫະກິດສົ່ງອອກ, ພ້ອມທັງຊຸກຍູ້ການພັດທະນາການຄ້າ ແລະ ການລົງທຶນລະຫວ່າງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ ຫວຽດນາມ - EU ເວົ້າສະເພາະ ແລະ ຫວຽດນາມ - EU ເວົ້າລວມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ