ກາ​ລະ​ໂອ​ກາດ​ຈາກ EVFTA ຕໍ່​ໜ້າ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ Covid – 19

(VOVWORLD) - ຕາມການຄາດຄະເນແລ້ວ, ເມື່ອສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ໄດ້ເຂົ້າສູ່ການປະຕິບັດ, ຖ້າຫາກວ່າບັນດາຄຳໝັ້ນສັນຍາກ່ຽວກັບການຫຼຸດຜ່ອນພາສີອາກອນ ແລະ ປອດພາສີອາກອນໄດ້ຮັບການປະຕິບັດຢ່າງເຖິງຖອງ, ສົມທົບກັບບາງປັດໄຈກະທົບຕ່າງໆ, ການເຕີບໂຕເສດຖະກິດຂອງຫວຽດນາມຈະໄດ້ຮັບການປົວແປງດີຂຶ້ນ ນັບທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ກາ​ລະ​ໂອ​ກາດ​ຈາກ EVFTA ຕໍ່​ໜ້າ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານເຈິ່ນແທັງຫ໋າຍຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ 

(ພາບ: Congthuong.vn)

ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ ໃນສະພາບການໂລກລະບາດ Covid – 19 ມີຜົນສະທ້ອນຢ່າງແຮງເຖິງສະພາບການຜະລິດ ແລະ ສົ່ງອອກ - ນຳເຂົ້າຂອງຫວຽດນາມ ກໍ່ຄືໃນທົ່ວໂລກ, ເລື່ອງສັນຍາ EVFTA ເຂົ້າສູ່ການປະຕິບັດແມ່ນມີຄວາມໝາຍສຳຄັນ, ຊ່ວຍທົດແທນການຊັກຊ້າລົງຂອງພື້ນຖານເສດຖະກິດໃນໄລຍະເກີດໂລກລະບາດ. ທ່ານເຈິ່ນແທັງຫ໋າຍຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຖືວ່າ:

ຕະຫຼາດ EU ແມ່ນຕະຫຼາດທີ່ກ້ວາງໃຫຍ່ ແລະ ມັນກໍ່ພວມສ້າງບັນດາມູນຄ່າສູງທີ່ສຸດໃນການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງຫວຽດນາມ. ນີ້ກໍ່ແມ່ນບັນດາຜະລິດຕະພັນທີ່ເປັນມູນເຊື້ອ ມີທ່າໄດ້ປຽບຄືຕ່ຳແຜ່ນຕັດຫຍິບ, ເກີບໜັງ, ກະສິກຳ - ສິນໃນນ້ຳ, ເຄື່ອງປາຂອງດົງ…ໃນໄລຍະທີ່ຜ່ານມາ, ພວກເຮົາກໍ່ໄດ້ແຊກຊຶມເຂົ້າ ແລະ ເປີດກ້ວາງວົງເງິນຢູ່ຕະຫຼາດນີ້ແລ້ວ. ດ້ວຍເລື່ອງສັນຍາ EVFTA ມີຜົນສັກສິດ ພວກເຮົາຈະເພີ່ມເຕີມບັນດາຂໍ້ສະດວກໃນການສຳຜັດກັບຕະຫຼາດໃຫ້ຫຼາຍກ່ວານີ້ອີກ  ໃນຂະນະທີ່ສິນຄ້າປະເພດເກືອບທັງໝົດທີ່ສົ່ງອອກໄປຍັງ ເອີລົບ ໃນໄລຍະທາງແຕ່ 7 – 10 ປີຊຶ່ງອັດຕາພາສີອາກອນຖືກຫຼຸດລົງ 0%.

ກ່ຽວກັບການນຳເຂົ້າ, ບັນດາວິສາຫະກິດຫວຽດນາມກໍ່ຈະໄດ້ຮັບຜົນປະໂຫຍດຈາກແຫຼ່ງສິນຄ້າ, ວັດຖຸດິບນຳເຂົ້າດ້ວຍຄຸນນະພາບດີ, ເປັນປົກກະຕິ ແລະ ລາຄາທີ່ເໝາະສົມກ່ວາຈາກ EU.

ຕອບກັບ

ຂ່າວ/ບົດ​ອື່ນ