ກາລະໂອກາດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ກ່ວາອີກ

(VOVWORLD) - ເນື່ອງໃນໂອກາດນີ້, ກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ຈະໄດ້ຈັດຂຶ້ນຢູ່ Melbourne, ປະເທດ ອົດສະຕາລີ ໃນສອງວັນ (5 – 6 ມີນາ) ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ອົດສະຕາລີ ແລະ ທ່ານເລຂາທິການໃຫຍ່ ອາຊຽນ.
ກາລະໂອກາດປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອົດສະຕາລີ ກ່ວາອີກ - ảnh 1ທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ປີນີ້, ເປັນຂີດໝາຍ 50 ປີ ແຫ່ງວັນອົດສະຕາລີ ກາຍເປັນຄູ່ຮ່ວມເຈລະຈາທຳອິດຂອງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), 1974 – 2024). ເນື່ອງໃນໂອກາດນີ້, ກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ຈະໄດ້ຈັດຂຶ້ນຢູ່ Melbourne, ປະເທດ ອົດສະຕາລີ ໃນສອງວັນ (5 – 6 ມີນາ) ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ, ອົດສະຕາລີ ແລະ ທ່ານເລຂາທິການໃຫຍ່ ອາຊຽນ.

ຕາມທ່ານ Andrew Goledzinowski, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ, ດ້ວຍຫົວຂໍ້ “ຄູ່ຮ່ວມມືໃຫ້ແກ່ອະນາຄົດ”, ກອງປະຊຸມແມ່ນໂອກາດເພື່ອໃຫ້ສອງຝ່າຍທົບທວນຄືນການພົວພັນໃນ 50 ປີຜ່ານມາ ແລະ ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນພັດທະນາແທດຈິງ, ມີປະສິດທິຜົນ, ເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ສ້າງຕັ້ງໃນປີ 2021. ປະຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືການຄ້າສຳຄັນທີສອງຂອງ ອົດສະຕາລີ, ຊ້ຳບໍ່ໜຳ, ຍິ່ງກ່ວາ ສ ເກົາຫຼີ, ຍີ່ປຸ່ນ ຫຼື ອາເມລິກາ. ດັ່ງນັ້ນ, ອົດສະຕາລີ ປາດຖະໜາຢາກປັບປຸງ ແລະ ພັດທະນາການພົວພັນກັບ ອາຊຽນ ກ່ວາອີກ, ມຸ່ງໄປເຖິງການເພີ່ມທະວີການຮ່ວມມືຍຸດທະສາດ ແລະ ການເມືອງໃນພາກພື້ນ.

ທ່ານເອກອັກຄະລັດຖະທູດ Andrew Goledzinowski ກໍ່ໃຫ້ຮູ້ວ່າ: ຈະມີຫຼາຍຂົງເຂດບຸລິມະສິດ. ພິເສດ, ໃນໂອກາດກອງປະຊຸມສຸດຍອດ, ຈະມີບາງແຈ້ງການສຳຄັນກ່ຽວກັບການຮ່ວມມືເສດຖະກິດ ແລະ ບາງເຫດການຢູ່ນອກສຳຄັນ ກ່ຽວຂ້ອງເຖິງວິວັດການຫັນປ່ຽນພະລັງງານສະອາດ, ຮ່ວມມືທາງດ້ານການເດີນເຮືອ ຫຼື ບົດບາດຂອງບັນດາການນຳຫາກໍ່ພົ້ນເດັ່ນ. Canberra ໄດ້ຕີລາຄາສູງບັນດາເນື້ອໃນປຶກສາຫາລືນີ້.

ຕອບກັບ

ຂ່າວ/ບົດ​ອື່ນ