ກາລະໂອກາດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ AIIB

(VOVWORLD) - ທ່ານນາງ ຫງວຽນທິຮົ່ງ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ, ເລືື່ອງຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແມ່ນເປົ້າໝາຍຢືດໝັ້ນຂອງລັດຖະບານ ຫວຽດນາມ.
ກາລະໂອກາດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງ ຫວຽດນາມ ແລະ AIIB - ảnh 1ທີ່ການເຮັດວຽກ
(ພາບ: VGP)

        ຕອນບ່າຍວັນທີ 15 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາງ ຫງວຽນທິຮົ່ງ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໄດ້ເຮັດວຽກກັບທ່ານ ຈີນລີຈິນ, ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ (AIIB), ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຂອງປະທານ AIIB ຢູ່ ຫວຽດນາມ, ແຕ່ວັນທີ 15 – 19 ກໍລະກົດ. ທີ່ການເຮັດວຽກ, ທ່ານນາງ ຫງວຽນທິຮົ່ງ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ເນັ້ນໜັກວ່າ, ເລືື່ອງຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແມ່ນເປົ້າໝາຍຢືດໝັ້ນຂອງລັດຖະບານ ຫວຽດນາມ. ມຸ່ງໄປເຖິງການພັດທະນາແບບຍືນຍົງ, ໜຶ່ງໃນບັນດາໜ້າທີ່ເຊິ່ງລັດຖະບານ ຫວຽດນາມ ສຸມໃສ່ພັດທະນາແມ່ນເສດຖະກິດສີຂຽວ. ການພັດທະນາພື້ນຖານໂຄງລ່າງກໍ່ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ໃນນັ້ນ, ເປົ້າໝາຍຂອງ ຫວຽດນາມ ແມ່ນກໍ່ສ້າງເສັ້ນທາງຄວາມໄວສູງໃຫ້ໄດ້ 5.000 ກມ ໃນປີ 2030.

        ສ່ວນທ່ານ ຈີນລີຈິນ, ຢືນຢັນວ່າ: AIIB ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາໂຄງການພື້ນຖານໂຄງລ່າງສີຂຽວ, ມຸ່ງໄປເຖິງເປົ້າໝາຍແກ່ນສານແມ່ນຍືນຍົງ, ປ່ຽນແປງໃໝ່ ແລະ ເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ