ກາລະໂອກາດແລະຄວາມສາມາດບົ່ມຊ້ອນຂອງພະລັງລົມຢູ່ຫວຽດນາມ

(VOVWORLD) -ວັນທີ 07 ທັນວາ, ຢູ່ຮ່າໂນ້ຍ, ສະຖານທູດແດນມາກ ປະຈຳຫວຽດນາມ ໄດ້ສົມທົບກັບກະຊວງອຸດສາຫະກຳການຄ້າ ແລະ ບໍລິສັດພະລັງງານ Vestas ແດນມາກ ຈັດກອງປະຊຸມສຳມະນາ “ໄຟຟ້າລັງລົມຫວຽດນາມ - ການລົງທຶນ ແລະ ຜົນກຳໄລຈາກພະລັງລົມ”.

ກາລະໂອກາດແລະຄວາມສາມາດບົ່ມຊ້ອນຂອງພະລັງລົມຢູ່ຫວຽດນາມ - ảnh 1 ກາລະໂອກາດແລະຄວາມສາມາດບົ່ມຊ້ອນຂອງພະລັງລົມຢູ່ຫວຽດນາມ

(ພາບປະກອບ: nangluongvietnam.vn)

ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດແດນມາກ ປະຈຳຫວຽດນາມ ຖືວ່າ, ຫວຽດນາມ ແລະ ແດນໝາກໄດ້ມີມູນເຊື້ອຮ່ວມມືໃນຂົງເຂດພະລັງງານ. ໃນອະນາຄົດ, ແດນມາກ ຈະໜູນຊ່ວຍເພື່ອໃຫ້ ຫວຽດນາມ ພັດທະນາພະລັງງານຂຽວ, ຈາກນັ້ນ ປະກອບສ່ວນປັບປຸງການພົວພັນຫວຽດນາມ - ແດນມາກ ໃນຂົງເຂດພະລັງງານ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ປຶກສາຫາລື, ແນະນຳ ແລະ ເຈາະຈີ້ມບັນດາມາດຕະການລະອຽດກ່ຽວກັບການດຳເນີນທຸລະກິດໄຟຟ້າພະລັງລົມໃຫ້ແກ່ຫວຽດນາມ ຢູ່ທຸກໄລຍະຂອງໂຄງການ; ບັນດາຄວາມສ່ຽງທີ່ອາດຈະປະສົບ ກໍຄືບັນດາຍຸດສາດເພື່ອຫຼຸດຜ່ອນຄວາມສ່ຽງ, ເພີ່ມຜົນກຳໄລ.

ຕອບກັບ

ຂ່າວ/ບົດ​ອື່ນ