ກາລະໂອກາດໃຫ້ວິສາຫະກິດ ຫວຽດນາມ ພົບປະຄູ່ຮ່ວມມືຕ່າງປະເທດ

ກາລະໂອກາດໃຫ້ວິສາຫະກິດ ຫວຽດນາມ ພົບປະຄູ່ຮ່ວມມືຕ່າງປະເທດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 21/3, ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ສາ​ຂາຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຖານທູດ ອາ​ຟະຣີກາ ​ໃຕ້ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ “ພົບ​ປະ​ແລກປ່ຽນ​ການ​ຄ້າ ຫວຽດນາມ - ອາ​ຟະຣີກາ ​ໃຕ້ ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເພື່ອແນ​ໃສ່​ເພີ່ມ​ທະວີ​ການພົວພັນ​ດ້ານ​ການຄ້າ​ລະຫວ່າງ ຫວຽດນາມ - ອາ​ຟະຣີກາ ​ໃຕ້, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ຝ່າຍ ອັບ​ແດດ​ຂໍ້​ມູນ​ຂ່າວ​ຕະຫຼາດ, ຫັນ​ແຫຼ່ງສະໜອງ​ວັດຖຸ​ອຸປະກອນ - ຜະລິດ​ຕະພັນ ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​.​.​ ​ລາຍການ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ ອາ​ຟະຣີກາ ​ໃຕ້  ​ເຄື່ອນໄຫວໃນ​ບັນດາ​ຂົງ​ເຂດ: ສະບຽງອາຫານ, ຜະ​ລິດ​​​ເຫຼັກ​ກ້າ, ປະດິບ​ແຕ່ງ​ເພັດ, ການ​ບໍລິການ​ບຳລຸງ​ສ້າງ.​​.​. ດ້ວຍ​ຄວາມ​ຕ້ອງການ​ຊອກ​ຫາ​ຄູ່​ຮ່ວມ​ມື, ຕົວ​ແທນ​ຈຳໜ່າຍ ຢູ່ ຫວຽດນາມ.

        ຕາມ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຝຣັ່ງ ປະຈຳ ຫວຽດນາມ (ຫຼື CCIFV) ​ແລ້ວ, ນັບ​ແຕ່​ວັນ​ທີ 7 – 9/4 ຢູ່​ນະຄອນ ​ໂຮ່ຈີ​ມິນ, CCIFV ​ຈະຈັດ​ຕັ້ງ “​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຝຣັ່ງ - ຫວຽດນາມ”, ນີ້​ແມ່ນ 1 ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ລາຍການ “ປີ ຝຣັ່ງ - ຫວຽດນາມ”. ມີ​ວິ​ສາ​ຫະກິດ​ກ່ວາ 100 ​ແຫ່ງ​ທີ່ມາ​ຈາກ ຝຣັ່ງ, ​ເຄື່ອນ​ໄຫວ​​ໃນບັນດາ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ອຸດສະຫະ​ກຳສະບຽງ​ອາຫານ, ​ເຕັກ​ໂນ​ໂລ​ຢີສູງ, ສິນຄ້າ​ບໍລິ​ໂພ​ກ, ​ເບິ່ງ​ແຍງດູ​ແລ​ສຸຂະພາບ​​ໄດ້ຈົດ​ທະບຽນ​ເຂົ້າ​ຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ