ກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ເບລາຣຸດ

ກາລະໂອກາດໃໝ່ໃຫ້ແກ່ການຮ່ວມມືຫວຽດນາມ-ເບລາຣຸດ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ຄະນະ​ກຳ​ມະ​ການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ວິທະຍາສາດ ​ແລະ ​ເຕັກ​ນິກຫວຽດນາມ - ​ເບ​ລາຣຸດ ຖືກ​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 26 – 27/10, ຢູ່​ນະຄອນຫຼວງ Minsk. ຜ່ານ​ກອງ​ປະຊຸມ, 2 ຝ່າຍ​ໄດ້​ຕີ​ລາຄາ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ, ​ເຄື່ອງ​ຕ່ຳ​ແຜ່ນ​ຕ​ັດຫຍິບ​ຂອງ​ຫວຽດນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ແຊກ​​ແຊງ​ເຂົ້າ​ຕະຫຼາດ​ເບ​ລາ​ຣຸດ, ​ໃນ​ຂະນະ​ນັ້ນ, ​ເບ​ລາ​ຣຸດ ມີ​ກຳລັງ​ດຶງ​ດູດ​ດ້ານ​ການຜະລິດ​ກົນ​ຈັກ, ລົດ​ໂອ​ໂຕ, ​ເຄື່ອງ​ເອ​ເລັກ​ໂຕ​ນິກ ຢ່າງ​ໃຫຍ່​ຫຼວງ.  2 ຝ່າຍ​ໄດ້​ຢືນຢັນ​ຄວາມ​ສຳຄັນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ການ​ຮ່ວມ​ມື 2 ຝ່າຍ, ​ໂດ​ຍສະ​ເພາະ​ແມ່ນ​ພາຍຫຼັງ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ​ອາຊີ - ​ເອີ​ລົບ ມີ​ຜົນ​ສັກສິດ.​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​2 ປະ​ເທດ, ​​ການໃຫ້​ສັດຕະຍາບັນ​ສັນຍາ​ກ່ຽວ​ກັບ​ພັນ​ທະ​ມິດ​ເສດຖະກິດອາ​ຊີ - ​ເອີ​ລົບ ກໍ່​ຄື​ການ​ຢ້ຽມຢາມຫວຽດນາມ ​​ຂອງ​ທ່ານ​ປະທານາທິບໍດີ​ເບ​ລາ​ຣຸດ​ A.Lucashenco ​ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ໄລ​ຍະ​ຈະ​ມາ​ເຖິງນັ້ນ ອາດ​ຈະ​​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ເລື່ອງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການຄ້າ, ການ​ລົງທຶນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ