ກາລາດາ ວາງຈຸດໝາຍຊຸກຍູ້ ການພົວພັນດ້ານການຄ້າກັບອາຊີ ຕາເວັນອອກສຽງໃຕ້

ກາລາດາ ວາງຈຸດໝາຍຊຸກຍູ້ ການພົວພັນດ້ານການຄ້າກັບອາຊີ ຕາເວັນອອກສຽງໃຕ້ - ảnh 1
( ພາບປະກອບ )

(vovworld) -     ດ້ວຍ​ຈຸດໝາຍ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ກວ່າ​ອີກ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຄ້າສາກົນ ກາ​ນາ​ດາ Ed Fast ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ດ້ານ​ການ​ຄ້າ​ໄປ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເຊິ່ງລວມມີ ຫວຽດນາມ, ​ໄທ, ກຳປູ​ເຈຍ ​ແລະ ມ້ຽນ​ມາ ຄາດ​ວ່າ​ໃນ​ລະຫວ່າງ​ວັນ​ທີ 27/8 – 3/9. ກ່າວ​ຄຄຳ​​​ເຫັນ​ຕໍ່ວົງ​ການ​ນັກ​ຂ່າວ, ທ່ານ​ລັດຖະມົນຕີ Ed Fast  ຊີ້​ແຈ້ງ​ວ່າ ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ​ປະ​ເທດ​ນີ້​ວ່າ ​ແມ່​ນສ້າງ​ວຽກ​​ເຮັດ​ງານ​ທຳຕື່ມ​ອີກ, ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ​ແລະ ວັດ​ຖະນາ​ຖາວອນ​ ຍາວ​ນານ. ລັດຖະບານ​ກາ​ນາ​ດາ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ຊຸກ​ຍູ້ບັນດາ​ການ​ພົວພັນ​ລົງທຶນ, ການ​ຄ້າ​ກວ່າ​ອີກ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຜ່ານ​ເລື່ອງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​ຕ່າງໆ​ຂອງ​ກາ​ນາ​ດາ ສາມາດ​ສຳ​ພັດ​ກັບ​ບັນດາຕະຫຼາດ​ບຸລິມະສິດ​ອັນ​ດັບ​ໜຶ່ງ.

ຂ່າວ/ບົດ​ອື່ນ