ກາວບັ່ງ ຄວນສຸມໃສ່ ບຸລິມະສິດແກ່ການພັດທະນາເສດຖະກິດຊາຍແດນ

ກາວບັ່ງ ຄວນສຸມໃສ່ ບຸລິມະສິດແກ່ການພັດທະນາເສດຖະກິດຊາຍແດນ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ
ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ກາວ​ບັ່ງ
(ພາບ: baocaobang.vn)


(vovworld) - ວັນ​ທີ 21/4, ທ່ານ​ ຟ້າ​ມບິ່ງ​ມິ​ງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ, ປະທານ​ຄະນະກຳມະການ​ຊີ້ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ຈີນ,​ ​ໄດ້ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ກາວ​ບັ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ,​ ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຮັບ​ຮູ້​ການ​ພັດທະນາ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍພ້ອມ​ທັງ​ສົ່ງ​ເສີມ​ໃຫ້ ກາວ​ບັ່ງ ສຸມ​ໃສ່​ພັດທະນາ​ເສດຖະກິດ​ຊາຍ​ແດນ. ທ່ານຮອງ​ນາຍົກລັດຖະມົນຕີມອບໝາຍໃຫ້ບັນດາ​ກະຊວງ, ຂະ​ແໜງການ​ທີ່​ກ່ຽວຂ້ອງພິຈາລະນາ​ບັນດາ​ແຫຼ່ງທຶນ​ທີ່​ລົງທຶນ​ໃຫ້​ແກ່ ກາວ​ບັ່ງ, ​ໃນ​ນັ້ນມີ​ເລື່ອງພິຈາລະນາ​ຍົກ​ລະດັບ​ເສັ້ນທາງ​ຄົມມະນາຄົມ​ແຕ່ ກາວ​ບັ່ງ ​ໄປ ລ້າງ​ເຊີນ ​ໃຫ້​ກາຍ​​ເປັນ​ທາງດ່ວນ. ທ່ານຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ ກາວ​ບັ່ງ ສືບ​ຕໍ່​ເພີ່ມ​ທະວີການ​ພົບ​ປະ​​ແລກປ່ຽນ​ດ້ານເສດ​ທະ​ກິດ, ການ​ຄ້າ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຈີນ, ສະ​ເໜີ​ໃຫ້​ ຈີນ ຊ່ວຍ​ເຫຼືອ​ລົງທຶນຍົກ​ລະດັບບັນດາ​ເສັ້ນທາງ​ຄົມມະນາຄົມ.

  ກ່ອນໜ້ານັ້ນ, ທ່ານຮອງ​ນາຍົກລັດຖະມົນຕີ​ໄດ້​​ໄປຢ້ຽມຢາມ​ເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ ຈ່າຫຼີ້ງ, ຢ​້ຽມຢາມນ້ຳຕົກ​ຕາດ ບ້ານ​ຢົກ; ມອບ​ຂອງຂວັນ​ໃຫ້​ແກ່​ພະນັກ​ງານ,​ ນັກຮົບປ້ອມ​ປ້ອງ​ກັນ​ຂາຍ​ແດນ ດ່າມຖຸຍ(ເມືອງ ຈຸ່ງ​ແຄ໋ງ) ​ແລະ 5 ຄອບຄົວ​ນະ​ໂຍບາຍ​ຢູ່ 2 ​ເມືອງ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ