ກ້າວເຂົ້າສູ່ມື້ທີ 11, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃນປະຊາຄົມ

(VOVWORLD) -ຮອດຕອນເຊົ້າວັນທີ 27 ເມສາ, ຫວຽດນາມ ບໍ່ມີຜູ້ຕິດໂລກລະບາດຄົນໃໝ່.

ກ້າວເຂົ້າສູ່ມື້ທີ 11, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃນປະຊາຄົມ - ảnh 1 ຊຸດ KIT ວິໄຈຫກາເຊື້ອໂຄວິດ- 19 ຂອງຫວຽດນາມ

(ພາບ: TTXVN)

ຕາມແຫຼ່ງຂ່າວໃນຕອນເຊົ້າວັນທີ 27 ເມສາ ຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍໃຫ້ຮູ້ວ່າ, ຮອດຕອນເຊົ້າວັນທີ 27 ເມສາ, ຫວຽດນາມ ບໍ່ມີຜູ້ຕິດໂລກລະບາດຄົນໃໝ່. ປະຈຸບັນ, ຜູ້ຕິດໂລກລະບາດຍັງແມ່ນ 270 ຄົນ. ສະນັ້ນ, ກ້າວເຂົ້າສູ່ວັນທີ 11, ຫວຽດນາມ ບໍ່ມີຜູ້ຕິດໂລກລະບາດໂຄວິດ-19 ໃນປະຊາຄົມ. ຖ້າຄິດໄລ່ນັບແຕ່ຕອນແລງວັນທີ 24 ເມສາ ແລ້ວ, ມີ 2 ຄົນຕິດໂລກລະບາດຄົນໃໝ່ເຊິ່ງແມ່ນນັກສຶກສາຮຽນຢູ່ຍີ່ປຸ່ນ ກັບເມືອປະເທດນັ້ນ, ມື້ນີ້ແມ່ນມື້ທີ 3 ບໍ່ມີຜູ້ຕິດເຊື້ອຄົນໃໝ່.

        ປະຈຸບັນ, ມີ 225 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ອອກໂຮງໝໍແລ້ວ, ຍັງເຫຼືອ 45 ຄົນພວມໄດ້ຮັບການປິ່ນປົວຢູ່ 8 ຮາກຖານກວດ, ປິ່ນປົວພະຍາດ.

        ໃນເຫດການທີ່ກ່ຽວຂ້ອງ, ຄືດັ່ງໄດ້ໃຫ້ຂ່າວວ່າຊຸດ KIT ວິໄຈຫກາເຊື້ອໂຄວິດ- 19 ຂອງຫວຽດນາມໂດຍສະຖາບັນເສນາຮັກ ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຫວຽດອ໊າ ຄົ້ນຄວ້າ ແລະ ຜະລິດນັ້ນໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກ (WHO) ຈະຊ່ວຍໃຫ້ຜະລິດຕະພັນດັ່ງກ່າວໄດ້ສົ່ງອອກໄປທົ່ວໂລກຢ່າງງ່າຍດ່າຍ. ຄາດວ່າ, ບັນດາອົງການຈັດຕັ້ງຄື: ທະນາຄານໂລກ (WB), ກອງທຶນ CHAI ຈະຊື້ຜະລິດຕະພັນດັ່ງກ່າວເພື່ອນຳໄປອຸປະຖຳໜູນຊ່ວຍໃຫ້ບັນດາປະເທດໃນທົ່ວໂລກ.

        ກ່ອນໜ້ານັ້ນ, ມີກວ່າ 20 ປະເທດ ແລະ ວິສາຫະກິດໄດ້ສັ່ງຊື້ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 ໂດຍຫວຽດນາມ ຜະລິດຄື: ອີຣານ, ຢູແກຼນ, ແຟັງລັງ ແລະ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ