ກ່າວເຕືອນISໃຊ້ປັດສະປໍແທ້ນັບໝື່ນຫົວເພື່ອເຂົ້າເອີລົບ

ກ່າວເຕືອນISໃຊ້ປັດສະປໍແທ້ນັບໝື່ນຫົວເພື່ອເຂົ້າເອີລົບ - ảnh 1
(ພາບປະກອບ)

(vovworld) - ອົງການ​ປ້ອງ​ກັນຊາ​ຍ​ແດນ ເອີ​ລົບ (Frontex) ກ່າວ​ເຕືອນ​ວ່າ, ອົງການ​ລັດ ອິດສະ​ລາມ (IS) ອ້າງ​ຊື່​ເອງ ​ໄດ້​ມີ​ປັດ​ສະ​ປໍ​ແທ້​ຫຼາຍ​ຫົວ​ຢູ່​ ຊີຣີ, ອີຣັກ ​ແລະ ລີ​ບີ. IS ​ໄດ້​ຢຶດຄອງ​ອົງການ​ກຳ​ອຳນາດ​ຫຼາຍ​​ແຫ່ງ​ຢູ່ນະຄອນ​ຕ່າງໆ​ຂອງ​ຊີຣີ, ອີຣັກ, ​ແລະ ລີ​ບີ ​ແລະ ພວກ​ມັນ​ໄດ້​ມີ​ປັດ​ສະ​ປໍ​ແທ້​ນັບ​ໝື່ນຫົວ ກໍ່​ຄື​ເຄື່ອງ​ຈັກ​ເພື່ອ​ພິມ​ໜັງສືຜ່ານ​ແດນ. ດ້ວຍ​ປັດ​ສະ​ປໍ​ເຫຼົ່າ​ນັ້ນ, ພວກ​ຫົວ​ຮຸນ​ແຮງ​ອາດ​ຈະ​ເຂົ້າ​ເອີ​ລົບ​ໄດ້​ຢ່າງ​ງ່າຍດາຍ. ນອກ​ນັ້ນ, IS ກໍ່​ສາມາດ​ນຳ​ອົາປັດ​ສະ​ປໍ​ນີ້​ໄປ​ຂາຍ​ຢູ່​ຕະຫຼາດ​ດ້ວຍ​ລາຄາ​ແຕ່ 1.000-1.500 USD/ຫົວ.

ຂ່າວ/ບົດ​ອື່ນ