ກ່າວເຕືອນໄພແຫ້ງແລ້ງຢ່າງຮ້າຍແຮງອາດຈະເກີດຂຶ້ນຢູ່ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ

(VOVWORLD) -ຮອດເດືອນມັງກອນ ປີ 2020, ບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງ ລວມມີ ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ອາດຈະເກີດໄພແຫ້ງແລ້ງຢ່າງຮ້າຍແຮງ, ສົ່ງຜົນກະທົບເຖິງການເຄື່ອນໄຫວປູກຝັງ ແລະ ຜະລິດກະສິກຳ.

ກ່າວເຕືອນໄພແຫ້ງແລ້ງຢ່າງຮ້າຍແຮງອາດຈະເກີດຂຶ້ນຢູ່ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ - ảnh 1ສະພາບແຫ້ງແລ້ງຈະຮ້າຍແຮງກວ່າແມ່ນລະຫວ່າງເດືອນ ທັນວາ ຫາຕົ້ນເດືອນມັງກອນ ປີຕໍ່ໄປ

(ພາບປະກອບ: Bangkok Post)

ວັນທີ 19 ພະຈິກ, ບັນດານັກຊ່ຽວຊານຂອງຄະນະກຳມະການແມ່ນ້ຳຂອງ ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບເກີດໄພແຫ້ງແລ້ງເຊິ່ງເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງ ຫຼຸດລົງຢູ່ໃນລະດັບຕ່ຳສຸດໃນຮອບເວລາ 60 ປີຜ່ານມາ. ຕາມບັນດານັກຊ່ຽວຊານແລ້ວ, ໄທ ແລະ ກຳປູເຈຍ ຖືກຜົນສະທ້ອນຢ່າງໜັກໜ່ວງກວ່າເມື່ອທຽບໃສ່ປະເທດລາວ ແລະ ຫວຽດນາມ. ສາຍເຫດແມ່ນຍ້ອນລະດູຝົນປີນີ້ຈະສັ້ນກວ່າ 5 ອາທິດ ເມື່ອທຽບໃສ່ທຸກໆປີ, ບວກກັບສະພາບ El Nino ເຮັດໃຫ້ອຸນຫະພູມສູງຜິດປົກກະຕິ ພາໄປເຖິງສະພາບນ້ຳລະເຫີຍຢ່າງວ່ອງໄວ.

        ຄາດວ່າ, ສະພາບແຫ້ງແລ້ງຈະຮ້າຍແຮງກວ່າແມ່ນລະຫວ່າງເດືອນ ທັນວາ ຫາຕົ້ນເດືອນມັງກອນ ປີຕໍ່ໄປ ຍ້ອນປະລິມານນ້ຳຝົນໜ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ