ກາວແຫຼງ ໄດ້ຮັບລາງວັນ “ນະຄອນຮ່ຳຮຽນທົ່ວໂລກ Unesco”.

(VOVWORLD) -ກາວແຫຼງໃນແຂວງດົ່ງທາບແມ່ນນະຄອນຖັດຈາກແຂວງຫ໋າຍເຢືອງ, ນະຄອນໂຮ່ຈີມິນ, ຊາແດັກ ຂອງດົ່ງທາບ ແລະ ວິງຂອງເງະອານໄດ້ຮັບການເຊີດຊູນຳເຂົ້າ ເຄືອຂ່າຍນະຄອນຮ່ຳຮຽນທົ່ວໂລກ ຂອງ Unesco ພ້ອມກັບ 76 ນະຄອນຂອງ 43 ປະເທດອື່ນ
ກາວແຫຼງ ໄດ້ຮັບລາງວັນ “ນະຄອນຮ່ຳຮຽນທົ່ວໂລກ Unesco”. - ảnh 1ແຈໜຶ່ງຢູ່ນະຄອນກາວແຫຼງ

      ນີ້ແມ່ນລາງວັນເຊີດຊູບັນດາຄວາມມານະພະຍາຍາມຢ່າງຂາດຂັ້ນໃນການສ້າງນະຄອນຮ່ຳຮຽນ ຊຸກຍູ້ການຮ່ຳຮຽນຕະຫຼອດຊີວິດໃນຊຸມຊົນ.  ເລື່ອງນະຄອນກາວແຫຼງໄດ້ຮັບການຮັບຮອງແມ່ນນະຄອນຮ່ຳຮຽນທົ່ວໂລກຈາກ Unesco ນັ້ນ ໄດ້ຊ່ວຍໃຫ້ຊາວນະຄອນມີໂອກາດສະດວກກວ່າເກົ່າໃນການແລກປ່ຽນແນວຄວາມຄິດ, ພູມປັນຍາ ແລະ ບົດຮຽນກັບບັນດານະຄອນສະມາຊິກອື່ນໃນທົ່ວໂລກ, ພ້ອມທັງໄດ້ເຂົ້າເຖິງບັນດານັກຊ່ຽວຊານນັກຄົ້ນຄວ້າ, ນັກຊ່ຽນຊານດ້ານການສຶກສາຂອງUnescoແນໃສ່ອັບເດດລະດັບຄວາມຮູ້ ແລະພຶດຕິກຳຕົວຈິງຢູ່ທີ່ບັນດາກອງປະຊຸມສຳມະນາ, ກອງປະຊຸມຮ່ຳຮຽນທົ່ວໂລກຂອງ Unesco.

ຕອບກັບ

ຂ່າວ/ບົດ​ອື່ນ