ກ້າວໄປເຖິງການສ້າງຮ່າງກົດໝາຍວ່າດ້ວຍການວາງແຜນກຳນົດສັງລວມໃຫ້ສົມບູນແບບ

ກ້າວໄປເຖິງການສ້າງຮ່າງກົດໝາຍວ່າດ້ວຍການວາງແຜນກຳນົດສັງລວມໃຫ້ສົມບູນແບບ - ảnh 1
(ພາບປະກອບ)

(vovworld) – ​​ເພື່ອ​ແນ​ໃສ່​​ແບ່ງປັນ​ບັນດາ​ເນື້ອ​ໃນ ​ແລະ ​ສ້າງ​ຮ່າງກົດໝາຍວ່າ​ດ້ວຍ​​ການວາງ​ແຜນກຳນົດສັງ​ລວມ, ວັນ​ທີ 24/08, ຢູ່​ຮ່າ​ໂນ້ຍ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງ​ທຶນ, ​ໂຄງການ​ຕັ້ງ​ຖິ່ນ​ຖານຂອງ​ມະນຸດສະຫະ​ປະຊາ​ຊາດ ຈັດ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ດ້ວຍ​ຫົວ​ຂໍ້​ວ່າ “​ສ້າງ​ຮ່າງກົດໝາຍວ່າ​ດ້ວຍ​​ການວາງ​ແຜນກຳນົດສັງ​ລວມ - ບົດຮຽນ​ສາກົນ ​ແລະ ການ​ເລືອກ​​​ເຟັ້ນໃດ​ໃຫ້​​ແກ່​ຫວຽດນາມ”.

          ຕາມ​ບັນດາ​ຜູ້​ແທນ​ແລ້ວ, ຢາກ​ສືບ​ຕໍ່​ຢືນຢັນ​ບົດບາດ​ຂອງ​ການວາງ​ແຜນກຳນົດ​ສັງ​ລວມຢູ່​ຫວຽດນາມ, ຮຽກຮ້ອງ​​ໃຫ້​ຕ້ອງສ້າງ​ກອບ​ກົດໝາຍ​ທີ່​ສົມ​ເຫດ​ສົມ​ຜົນ, ມີ​ຜົນ​ສັກສິດເພື່ອ​ແກ້​ໄຂ​ບັນດາ​ຂໍ້​ຄວາມ​ຈຳ​ກັດ​ຄື​ປະຈຸ​ບັນ. ກອບ​ກົດໝາຍ​ນັ້ນ​ທັງ​ຮັບປະກັນ​ການ​ປ່ຽນ​ໃໝ່​ກ່ຽວ​ກັບ​ວຽກ​ງານ​ວາງ​ແຜນກຳນົດ​ສັງ​ລວມຢ່າງ​ຮອບດ້ານ, ທັງ​ສ້າງ​ບາດກ້າວບຸກທະລຸ​​ໃນ​ການ​ປະຕິ​ຮູ​ບລະບຽບ​ການ​ບໍລິຫານ​ຢ່າງ​ແຮງ ​ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ລົງທຶນ, ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະສິດ​ທິຜົນ… ບັນດາ​ຄຳ​ເຫ​ັນກໍ​ຖື​ວ່າ ຕ້ອງ​ສ້າງ​ກົນ​ໄກ​ຈັດ​ແບ່ງ​ຂັ້ນ ​ແລະ ສົມທົບ​ກັນ​ຢ່າງ​​ຈະ​ແຈ້ງ ​ໃນ​ການວາງ​ແຜນ​ກຳນົດສັງ​ລວມ​, ສ້າງ​​ເງື່ອນ​ໄຂ​ເພື່ອ​​ເຂົ້າ​ຮ່ວມ​ຂອງຝ່າຍ​ຕ່າງໆ ມຸ່ງ​​ໄປ​ເຖິງ​ຄາດໝາຍ​ພັດທະນາ, ​ການເຕີບ​ໂຕ​ດ້ານ​ເສດຖະກິດຢ່າງ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອ​ມ.

        ຄາ​ດວ່າ, ຮ່າງ​ກົດໝາຍ​ວ້າດ້ວຍການວາງ​ແຜນ​ກຳນົດສັງ​ລວມຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​​ແຫ່ງ​ຊາດ​ພິຈາລະນາ​ໃນ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 10 (​ເດືອນ 10/2015); ພິຈາລະນາ, ຮັບຮອງ​ເອົາ​ທີ່​ກອງ​ປະຊຸ​ມສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ​(ໃນ​ເດືອນ 03/2016).
ຂ່າວ/ບົດ​ອື່ນ