ກາເມົາຈັດພິທີຮັບ ໃບຮັບຮອງເຂດ Ramsar

ກາເມົາຈັດພິທີຮັບ ໃບຮັບຮອງເຂດ  Ramsar  - ảnh 1

(ພາບ:vhttdlkv3.gov.vn)

(vovworld)- ຕອນ​ເຊົ້າວັນ​ທີ 13/4, ຢູ່​ສວນ​ແຫ່ງ​ຊາດ​ແຫຼມ​ກາ​ເມົາ-ເມືອງ​ຫງອກ​ຫຽນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກາ​ເມົາ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ພິທີ​ຮັບ​ໃບຮັບ​ຮອງສວນ​ແຫ່ງ​ຊາດ​ແຫຼມ​ກາ​ເມົາ ​ແມ່ນເຂດ Ramsar (​ເຂດ​ນ້ຳຖ້ວມ​ທີ່​ມີ​ຄວາມ​ສຳຄັນ​ລະດັບ​ໂລກ). ນີ້​ແມ່ນ​ເຂດ Ramsar ​ແຫ່ງ​ທີ 5 ຂອງ​ຫວຽດນາມ ​ແລະ ​ແຫ່ງ​ທີ 2088 ຂອງ​ໂລກ. ສວນ​ແຫ່ງ​ຊາດ​ແຫຼມ​ກາ​ເມົາ ມີ​ເນື້ອ​ທີ່​ດິນ​ປະມານ 42.000 ​ເຮັກຕາ, ​ແມ່ນ​ເຂດ​​ແຄມ​ທະ​ເລ, ຖືກ​ນ້ຳຖ້ວມ​ຕະຫຼອດ​ປີ. ສວນ​ແຫ່ງ​ຊາດ​ແຫຼມ​ກາ​ເມົາ ມີ​ນົກ 93 ປະ​ເພດ, ສັດ 26 ປະ​ເພດ, ສິນ​ໃນ​ນ້ຳ 233 ປະ​ເພດ…​ໃນ​ນັ້ນມີສັດທີ່​ມີຄ່າ​ຫາ​ຍາກ​ຫຼາຍ​ປະ​ເພດ. ທ່ານ​ເລ​ຢູງ ຮອງ​ປະທານຄະນະ​ກຳມະການ​ປະຊາຊົນ​ແຂວງ​ກາ​ເມົາ ​ໃຫ້​ຮູ້​ວ່າ:

   “ສວນ​ແຫ່ງ​ຊາດ​ແຫຼມ​ກາ​ເມົາ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນເຂດ Ramsar ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນ, ຊື່​ງ​ໄດ້​ຮັບ​ຮູ້​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ລະບົບ​ຊີວະ​ພາບ​ເຂດ​ນ້ຳຖ້ວມ​ຂອງ​ແຂວງ​ກາ​ເມົາ. ພ້ອມ​ກັນ​ນັ້ນ​ກໍ​ໄດ້​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ກາ​ເມົາ ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັກສາ​ລະບົບ​ຊີວະ​ພາບ​ຂອງ​ເຂດ​ນ້ຳຖ້ວມ“

ຂ່າວ/ບົດ​ອື່ນ