ກຳນົດການປະກອບສ່ວນຂອງຂົງເຂດວິທະຍາສາດແລະເຕັກໂນໂລຊີເຂົ້າໃນການເຕີບໂຕເສດຖະກິດຂອງຫວຽດນາມ

ກຳນົດການປະກອບສ່ວນຂອງຂົງເຂດວິທະຍາສາດແລະເຕັກໂນໂລຊີເຂົ້າໃນການເຕີບໂຕເສດຖະກິດຂອງຫວຽດນາມ - ảnh 1
(​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື)

(vovworld)- ​ ກຳ​ນົດ​ການ​ປະ​ກອບ​ສ່ວນ​ຂອງ​ຂົງ​ເຂດວິ​ທະ​ຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ນີ້​ແມ່ນ​ເນື້ອ​ໃນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ເຊິ່ງ​ໄດ້​ດຳ​​ເນີນ​ໃນ​ຕອນ​ເຊົ້າ​ ວັນ​ທີ 4/12 ຢູ່​ຮ່າ​ໂນ້ຍ, ໂດຍ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຈັດ​ຕັ້ງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ​ມີຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສູນ​ກາງ, ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ​ກະ​ຊວງຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ​ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ​ກະ​ຊວງແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ພ້ອມ​ດ້ວຍ​ນັກ​ຮຽນ​ຮູ້​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ. ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບາງ​ບັນ​ຫາ​ຄື: ການ​ປະ​ກອບ​ສ່ວນ​ຂອງ​ຂົງ​ເຂດວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ​ະ​ມັດ​ຕະ​ພາບ​ປັດ​ໃຈ​ສັງ​ລວມ​ຂອງ​ຫວຽດ​ນາມ ແລະ ການ​ປະ​ກອບ​ສ່ວນ​ຂອງ​ຂົງ​ເຂດວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ; ບົດ​ຮຽນ​ຂອງ ມາ​ເລ​ເຊຍ ກ່ຽວ​ກັບ​ການ​ຄົ້ນ​ຄວ້າ, ຄິດ​ໄລ່ຕົວ​ເລກ​ດັດ​ຊະ​ນີ​​ການປະ​ກອບ​ສ່ວນ​ຂອງ​ຂົງ​ເຂດວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ຜູ້​ແທນ​ສ່ວນຫຼາຍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫວຽດ​ນາມ​ມີ​ທ່າ​ໄດ້​ປຽບ​ແມ່ນ​ປະ​ເທດ​​ເດີນ​ຕາມ​ພາຍຫຼັງ, ​ສາ​ມາດຂຸດ​ຄົ້ນ​​ສິ່ງ​ທີ່​ກ້າວ​ໜ້າ​ຈາກ​ປະ​ເທດ​ກ້າວ​ເດີນ​ກ່ອນ. ເພືື່ອ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ມີ​ສະ​ມັດ​ຕະ​ພາບ​ສູງ, ຫວຽດ​ນາມ​ຄວນ​ມີ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ຈັດ​ແບ່ງ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ດ້ວຍ​ວິ​ທີ ​ທີ່​ມີ​ປະ​ສິດ​ທິ​ຜົນ, ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄວາມ​ສາ​ມາດປະ​ດິດ​ຄິດ​ສ້າງ​ຂອງ​ຜູ້​ອອກ​ແຮງ​ງານ, ພິ​ເສດ​ແມ່ນ ຄວນ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ໃນ​ວິ​ສາ​ຫະ​ກິດ.

ຂ່າວ/ບົດ​ອື່ນ