ກຳນົດທິດອະນາຄົດການພົວພັນເສດຖະກິດ ຫວຽດນາມ - ອາເມລິກາ 2018

(VOVWORLD) - ວັນທີ 10 ກັນຍາ, ທີ່ຮ່າໂນ້ຍ, ສະຫະສະມາຄົມການຄ້າ ອາເມລິກາ ຢູ່ ຮ່າໂນ້ຍ ແລະ ຫ້ອງການການຄ້າ ອາເມລິກາ
ກຳນົດທິດອະນາຄົດການພົວພັນເສດຖະກິດ ຫວຽດນາມ - ອາເມລິກາ 2018 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ

ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ - ອາເມລິກາ 2018 ດ້ວຍຫົວຂໍ້ວ່າ “ກຳນົດທິດອະນາຄົດການພົວພັນເສດຖະກິດ ຫວຽດນາມ - ອາເມລິກາ 2018”.     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໃຫ້ຮູ້ວ່າ: ຫວຽດນາມ ພວມຊຸກຍູ້ການປັບປຸງລະບອບລະບຽບການ, ປະຕິຮູບບັນດາລະບຽບການບໍລິຫານເປັນຢ່າງແຮງ ເພື່ອສ້າງສະພາບແວດລ້ອມນັບມື້ນັບອຳນວຍຄວາມສະດວກກ່ວາໃຫ້ແກ່ບັນດານັກລົງທຶນ, ພິເສດແມ່ນນັກລົງທຶນຕ່າງປະເທດ, ດຳເນີນທຸລະກິດສະດວກຢູ່ ຫວຽດນາມ.

        “ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງບັນດາໂຄງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ. ຫວຽດນາມ ປາດຖະໜາຢາກນັບມື້ນັບມີວິສາຫະກິດ ອາເມລິກາ ຫລາຍແຫ່ງລົງທຶນເຂົ້າໃນບັນດາຂົງເຂດ ຊຶ່ງ ຫວຽດນາມ ມີຄວາມຕ້ອງການຄື: ພະລັງງານ, ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່, ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ…ລ້ວນແຕ່ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈ. ຫວຽດນາມ ປາດຖະໜາວ່າ ດ້ວຍກຳລັງຄວາມສາມາດຂອງ ອາເມລິກາ, ຂອງບັນດາວິສາຫະກິດ ອາເມລິກາ ແລະ ສະພາບແວດລ້ອມ ຫວຽດນາມ, ແນ່ນອນວ່າ ການພັດທະນາໃນໄລຍະຈະມາເຖິງຂອງວິສາຫະກິດ ອາເມລິກາ ຢູ່ ຫວຽດນາມ ຈະນັບມື້ນັບດີກ່ວາ.

        ແລະກໍ່ໃນວັນດຽວກັນ, ຢູ່ນອກກອງປະຊຸມສຸດຍອດດຳເນີນທຸລະກິດ ອາເມລິກາ - ຫວຽດນາມ 2018, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າບາງວິສາຫະກິດໃຫຍ່ຂອງ ອາເມລິກາ ພວມລົງທຶນຢູ່ ຫວຽດນາມ. ຄະນະວິສາຫະກິດໂດຍທ່ານ Michael Kelly, ປະທານສະຫະສະມາຄົມການຄ້າ ອາເມລິກາ ນຳໜ້າ. ເຂົ້າຮ່ວມຄະນະວິສາຫະກິດ ອາເມລິກາ ມີການນຳ Amazon, Cisco, Citibank, Coca cola, Google, Metlife, Pfizer ແລະ Agoda.

ຕອບກັບ

ຂ່າວ/ບົດ​ອື່ນ