ກຳ​ນົດ​ລະ​ບົບ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງວັດ​ທະ​ນະ​ທຳ​ຊົນ​ຊາດ

(VOVWORLD) - ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍສະພາ ກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025  - 2035.

ກຳ​ນົດ​ລະ​ບົບ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງວັດ​ທະ​ນະ​ທຳ​ຊົນ​ຊາດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)

ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນວ່າ ນີ້ແມ່ນໂຄງການທີ່ມີລັກສະນະບຸກທະລຸ, ເພື່ອແນໃສ່ຫັນເປັນລະອຽດ ແລະ ຍູ້ແຮງການປະຕິບັດບັນດາທັດສະນະແຜນນະໂຍບາຍໃນການຊີ້ນຳ, ນຳພາຂອງພັກກ່ຽວກັບການພັດທະນາວັດທະນະທຳໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈຢ່າງໝັ້ນແກ່ນຂອງສັງຄົມ, ແມ່ນກຳລັງແຮງທີ່ເກີດຈາກພາຍໃນ ແລະ ແມ່ນຈິດວິນຍານຂອງ ຊາດ.  ມີສະມາຊິກສະພາແຫ່ງຊາດຫຼາຍທ່ານເນັ້ນໜັກວ່າ ບັນດາເປົ້າໝາຍ, ຄາດໝາຍ, ໜ້າທີ່ຂອງໂຄງການຕ້ອງໄດ້ສ້າງຂຶ້ນຢ່າງມີຈຸດສຸມ, ເຮັດແຈ້ງບັນດາເນື້ອໃນທີ່ຕ້ອງໃຫ້ບຸລິມະສິດປະຕິບັດກ່ອນ, ເພື່ອແນໃສ່ສ້າງບັນດາບາດກ້າວບຸກທະລຸໃນການພັດທະນາວັດທະນະທຳ, ໃນນັ້ນເອົາໃຈໃສ່ເຖິງ ບັນດາໜ້າທີ່ສຳຄັນ, ຮີບດ່ວນໃນການອະນຸລັກຮັກສາ, ພັດທະນາວັດທະນະທຳ, ພັດທະນາມະນຸດຢ່າງຮອບດ້ານ, ສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ… ທ່ານ ຫງວຽນກວາງຮວນ ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຢືອງ ຖືວ່າ:

ເພື່ອເພີ່ມທະວີລັກສະນະເປັນໄປໄດ້ ແລະ ມີປະສິດທິຜົນຂອງໂຄງການ, ຕ້ອງກຳນົດຄຸນຄ່າຫຼັກແຫຼ່ງຂອງວັດທະນະທຳຊົນຊາດ. ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢູ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພື້ນຖານວັດທະນະທຳ ເຊິ່ງ ຫວຽດນາມ ກໍ່ສ້າງ ແມ່ນພື້ນຖານວັດທະນະທຳ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີເນື້ອໃນຫຼັກແຫຼ່ງແມ່ນເອກະລາດຊົນຊາດ ແລະ ສັງຄົມນິຍົມ, ລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ສວມບົດບາດຫຼັກໃນຊີວິດສັງຄົມ..           

ຕອບກັບ

ຂ່າວ/ບົດ​ອື່ນ