ກຳນົດວັນເວລາຈັດຕັ້ງບັນດາການເຈລະຈາສັນຕິພາບລີບີ

(VOVWORLD) -ບັນດາການນຳອາຟະລິກາ ໃຫ້ຮູ້ວ່າ, ຈະຈັດຕັ້ງບັນດາການໄກ່ເກ່ຍເຈລະຈາສັນຕິພາບໃຫ້ແກ່ການປະທະກັນຢູ່ລີບີ ໃນເດືອນ ກໍລະກົດ 2020

ວັນທີ 12 ມີນາ, ບັນດາການນຳອາຟະລິກາ ໃຫ້ຮູ້ວ່າ, ຈະຈັດຕັ້ງບັນດາການໄກ່ເກ່ຍເຈລະຈາສັນຕິພາບໃຫ້ແກ່ການປະທະກັນຢູ່ລີບີ ໃນເດືອນ ກໍລະກົດ 2020 ຢູ່ Addis-Ababa, ປະເທດເອທີໂອປີ. ນີ້ໄດ້ຮັບຖືວ່າແມ່ນການກະທຳຫຼ້າສຸດໃນຄວາມມານະພະຍາຍາມເພື່ອແນໃສ່ຢຸດຕິການປະທະກັນຢູ່ປະເທດອາຟະລິກາເໜືອນີ້. ຂໍ້ຕົກລົງຖືກຍົກອອກມາພາຍຫຼັງກອງປະຊຸມ, ດ້ວຍການເຂົ້າຮ່ວມຂອງທ່ານປະທານາທິບໍດີສາທາລະນະລັດ ປະຊາທິປະໄຕ ກົງໂກ Sassou Nguesso, ທ່ານປະທານາທິບໍດີອາຟະລິກາໃຕ້ Cyril Ramaphosa, ທ່ານນາຍົກລັດຖະມົນຕີອານເຊຣີ Abdelaziz Djerad… ເຊິ່ງໄດ້ດຳເນີນຢູ່ເທດສະບານ Oyo, ປະເທດສາທາລະນະລັດ ປະຊາທິປະໄຕກົງໂກ, ເພື່ອປຶກສາຫາລືກ່ຽວກັບມາດຕະການແກ້ໄຂວິກິດການຢູ່ລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ