ກຳນົດໄດ້ນັກຮົບອາເມລິກາ 5 ຄົນກ່ຽວຂ້ອງເຖິງເຫດການຈູດປື້ມຄຳພີ Koran

ກຳນົດໄດ້ນັກຮົບອາເມລິກາ 5 ຄົນກ່ຽວຂ້ອງເຖິງເຫດການຈູດປື້ມຄຳພີ Koran - ảnh 1
ເຫດການຈູດປື້ມຄຳພີ Koran ເຮັດໃຫ້ການແຫ່ຂະບວນປະທ້ວງຄັ້ງຕ່າງໆ ເກີດຂຶ້ນຢູ່ ອາບການິດສະຖານ
(ພາບ: ອີນເຕີເນັດ)

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ​ ໃຫ້​ຂ່າວ​ວ່າ: ຕາມ​ການ​ສະຫຼຸບ​ໃໝ່​ສຸດ​ຂອງ​ບັນດາ​ນັກ​ສືບສວນ​ການ​ທະຫານ ອາ​ເມ​ລິ​ການ ​ແລ້ວ, ມີ​ນັກຮົບອາ​ເມ​ລິ​ກາ 5 ຄົນ​ກ່ຽວ​ຂ້ອງ​​​ເຖິງ​ເຫດການ​ຈູດປື້​ມ​ຄຳ​ພີ Koran ຢູ່ ອາບ​ກາ​ນິດ​ສະຖານ ​ເມື່ອ​ອາທິດ​ກ່ອນ. ຕາມ​ການ​ສືບສວນ​ແລ້ວ, ການ​ກະທຳ​ຈູ​ດບັນດາ​ເອກະສານ​ສາສະໜາ​ເກີດ​ຂຶ້ນ ພາຍຫຼັງ​ທີ່ບັນດາ​ນັກຮົບ​ດັ່ງກ່າວ​ຊອກ​​ເຫັນ​ປຶ້ມ​ຫົວ​ຕ່າງໆ​ທີ່​ມີ​ເນື້ອ​ໃນ​ຫົວ​ຮຸນ​ແຮງ​ໃນ​ຄຸກ​ແຫ່ງ​ໜຶ່ງ​ຢູ່​ຖານ​ທີ່​ໝັ້ນ Ba – gram. ຫຼັງ​ຈາກ​ນັ້ນ, ບັນດາ​ປື້​ມດັ່ງກ່າວ​ຖືກມ້ຽນ​​ໄວ້, ​ຕໍ່​ມາ​ຍ້ອນ​ບໍ່ລະມັດ​ລະວັງ​ບັນດາ​ປື້​ມດັ່ງກ່າວ​ຖືກ​ຖິມ​ເຂົ້າ​ເຂດ​ປັນ​ຈຸຂີ້​ເຫຍື້ອ. ​ຕາມ​ບັນດາ​ນັກ​ສືບສວນ​​ແລ​້ວ, ​ເຫດການ​ຈູ​ດ ປື້​ມຄຳ​ພີ Koran ​ແມ່ນ​ການ​ກະທຳ​ທີ່​ບໍ່​ຕັ້ງ​ໃຈ.

​        ​ໃນ​ຂະນະ​ນັ້ນ, ທ່ານ Jan Kubis, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຮັບຜິດຊອບ​ກ່ຽວ​ກັບ​ບັນຫາ ອາບ​ກາ​ນິດ​ສະຖານ ​ໄດ້​ຮຽກຮ້ອງ​ປະຊາຊົນ ອາບ​ກາ​ນິດ​ສະຖານ ລະງັບໄວ້, ພ້ອມ​ກັນ​ນັ້ນ​ກໍ​ຮຽກຮ້ອງ​​ໃຫ້​ມີ​ມາດ​ຕະການ​ລົງ​ໂທດ​ບັນດາ​ຜູ້ຮັບຜິດຊອບ​ກ່ຽວ​ກັບ​ເຫດການ​ຈູດ​ປື້​ມຄຳ​ພີ Koran ນີ້.

ຂ່າວ/ບົດ​ອື່ນ