ກ່ຳ​ປັ່ນ CSB 8002 ໄປ​ຢ້ຽມ​ຢາມ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ​ກຳ​ລັງ​ປ້ອງ​ກັນ​ແຄມ​ຝັ່ງ​ທະ​ເລ ຟີ​ລິບ​ປິນ

(VOVWORLD) - ຕອນບ່າຍວັນທີ 31 ກໍລະກົດ, ຢູ່ທ່າກ່ຳປັ່ນທະຫານຕຳຫຼວດທະເລ ເຂດ 2 (ແຂວງ ກວ໋າງນາມ), ກ່ຳປັ່ນ CSB 8002, ຂຶ້ນກັບກອງບັນຊາການຕຳຫຼວດທະເລເຂດ 2 ໄດ້ເລີ່ມຕົ້ນໄປຢ້ຽມຢາມ, ແບ່ງປັນບົດຮຽນປະສົບການ ແລະ ແລກປ່ຽນກັບກຳລັງປ້ອງກັນແຄມຝັ່ງທະເລ ຟີລິບປິນ. 
ກ່ຳ​ປັ່ນ CSB 8002 ໄປ​ຢ້ຽມ​ຢາມ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກັບ​ກຳ​ລັງ​ປ້ອງ​ກັນ​ແຄມ​ຝັ່ງ​ທະ​ເລ ຟີ​ລິບ​ປິນ - ảnh 1 ລວມຄະນະກ່ອນເດີນທາງໄປຢ້ຽມຢາມ (ພາບ: TTXVN)

ການຢ້ຽມຢາມ ໂດຍພັນໂທ ຮວ່າງກວັກດາດ, ຮອງຫົວໜ້າຜູ້ບັນຊາການ ກອງບັນຊາການທະຫານຕຳຫຼວດທະເລເຂດ 2, ເປັນຫົວໜ້າຄະນະ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ກຳລັງຕຳຫຼວດທະເລຂອງ 2 ປະເທດ ແລກປ່ຽນຂໍ້ມູນ, ຮຽນຮູ້ບົດຮຽນປະສົບການໃນການປະຕິບັດກົດໝາຍຢູ່ທະເລ; ປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຕຳຫຼວດທະເລ ຫວຽດນາມ ແລະ ກຳລັງປ້ອງກັນແຄມຝັ່ງທະເລ ຟີລິບປິນ  ເພື່ອແນໃສ່ສົມທົບກັນໃຫ້ເປັນຢ່າງດີໃນການເຄື່ອນໄຫວຊອກຫາຜູ້ປະສົບເຄາະຮ້າຍຢູ່ທະເລ.

        ການຢ້ຽມຢາມສະແດງໃຫ້ເຫັນແນວທາງ, ນະໂຍບາຍພົວພັນຕ່າງປະເທດດ້ານປ້ອງກັນຊາດສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຂອງ ຫວຽດນາມ; ສະແດງໃຫ້ເຫັນສາຍພົວພັນສອງຝ່າຍລະຫວ່າງສອງປະເທດ ຫວຽດນາມ ແລະ ຟີລິບປິນ, ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດທະເລ, ໝູ່ເກາະຂອງປະເທດຊາດ, ຕິດພັນກັບການພັດທະນາເສດຖະກິດຂອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ