ກຳ​ປັ່ນ ເລກ​ທີ 20 ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກຳ​ທັບ​ເຮືອ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ການ​ທູດ​ປ້ອງ​ກັນ​ຊາດ

(VOVWORLD) - ດ້ວຍຫົວຂໍ້ “ນ້ຳໃຈເພື່ອນມິດ - ສະໜິດຕິດພັນ - ການຮ່ວມມື”ການຊ້ອມຮົບ MILAN ປີ 2024 ມີການເຂົ້າຮ່ວມຂອງກອງທັບເຮືອ ມາຈາກ 47 ປະເທດ. 
ກຳ​ປັ່ນ ເລກ​ທີ 20 ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກຳ​ທັບ​ເຮືອ ຫວຽດ​ນາມ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ການ​ທູດ​ປ້ອງ​ກັນ​ຊາດ - ảnh 1ການນຳກົມບັນຊາການທະເລເຮືອເຂດ 3 ສະແດງຄວາມຊົມເຊີຍຕໍ່ກຳປັ່ນເລກທີ 20 ແລະ ຄະນະປະຕິບັດສຳເລັດໜ້າທີ່ (ພາບ: qdnd.vn)

ຕອນບ່າຍວັນທີ 14 ມີນາ, ກຳປັ່ນເລກທີ 20 ຂຶ້ນກັບກອງທັບເຮືອ 132, ກອງພັນນ້ອຍ 172, ທະຫານເຮືອເຂດ 3 ພ້ອມກັບຄະນະປະຕິບັດງານໂດຍທ່ານ ພັນເອກ ດ່ວານບ໋າວແອັງ, ຮອງຜູ້ບັນຊາການທະຫານເຮືອເຂດ 2, ເປັນຫົວໜ້າຄະນະ ໄດ້ເຂົ້າທຽບທ່າກຳປັ່ນ ດ່ານັ້ງ ສິ້ນສຸດການເດີນທາງເຂົ້າຮ່ວມການຊ້ອມຮົບທະຫານເຮືອ ຫຼາຍຝ່າຍ MILAN ປີ 2024 ຢູ່ອິນເດຍ ແລະ ການຢ້ຽມຢາມມິດຕະພາບ ມາເລເຊຍ.

ດ້ວຍຫົວຂໍ້ “ນ້ຳໃຈເພື່ອນມິດ - ສະໜິດຕິດພັນ - ການຮ່ວມມື”ການຊ້ອມຮົບ MILAN ປີ 2024 ມີການເຂົ້າຮ່ວມຂອງກອງທັບເຮືອ ມາຈາກ 47 ປະເທດ. ທີ່ການຊ້ອມຮົບ, ກຳປັ່ນເລກທີ 20 ຂອງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື: ແລກປ່ຽນວິຊາການ, ສ້າງແຜນການເດີນທະເລ, ກອງປະຊຸມສຳມະນາໃນການເດີນເຮືອ, ພົບປະແລກປ່ຽນກັບທະຫານໜຸ່ມ, ການແຂ່ງຂັນກິລາ, ວັດທະນະທຳ… ທ່ານພັນເອກ ດ່ວານບ໋າວແອັງ, ຮອງຜູ້ບັນຊາການທະຫານເຂດ 3 ກອງທັບເຮືອ ໃຫ້ຮູ້ວ່າ:

ການຊ້ອມຮົບທະຫານເຮືອຫຼາຍຝ່າຍ MILAN ປີ 2024 ໄດ້ປະສົບຜົນສຳເລັດຢ່າງດີງາມ. ເມື່ອປະຕິບັດບັນດາການເຄື່ອນໄຫວໃນຂົງເຂດການຊ້ອມຮົບ, ຄະນະກອງທັບເຮືອ ຫວຽດນາມ ໄດ້ສົມທົບກັບບັນດາກຳປັ່ນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາແຜນການທີ່ໄດ້ວາງອອກເປັນຢ່າງດີ , ຮັບປະກັນຄວາມປອດໄພຢ່າງເດັດຂາດ. ການເຂົ້າຮ່ວມການຊ້ອມຮົບ ກອງທັບເຮືອຫຼາຍຝ່າຍ MILAN ຢູ່ອິນເດຍ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຢ້ຽມຢາມ ກອງທັບເຮືອ ພະບໍລົມວົງສານຸວົງ ມາເລເຊຍ ເພື່ອແນໃສ່ສືບຕໍ່ຍົກສູງຄວາມສາມາດໃນການສົມທົບກັນ ຮັບມືກັບບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ ພ້ອມທັງເພີ່ມທະວີການພົວພັນ, ຮ່ວມມື, ຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງກອງທັບ ແລະ ກອງທັງເຮືອ ບັນດາປະເທດ ເພື່ອສັນຕິພາບ, ສະຖຽນລະພາບ ໃນພາກພື້ນ ແລະ ໂລກ.

ນີ້ເປັນຄັ້ງທີ 3 ກອງທັບເຮືອປະຊາຊົນ ຫວຽດນາມ ເຂົ້າຮ່ວມການຊ້ອມຮົບ MILAN ຢູ່ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ