ກຳປັ່ນSunrise689ໄດ້ກັບຄືນເຂດນ່ານນ້ຳຫວຽດນາມຢ່າງປອດໄພ

ກຳປັ່ນSunrise689ໄດ້ກັບຄືນເຂດນ່ານນ້ຳຫວຽດນາມຢ່າງປອດໄພ - ảnh 1
ພາບ​ປະ​ກອບ:internet

(vovworld)-​ຕອນ​ເຊົ້າ​ວັນ​ທີ 9/10, ທ່ານ ຫງວຽນ​ຫວູ​ດຽບ, ຫົວ​ຫນ້າ​ພາກ​ສ່ວນ​ຄຸ້ມ​ຄອງ​ກາ​ນ​ຂຸດ​ຄົ້​ນ​ກຳ​ປັ່ນ ສັງ​ກັດ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຕໍ່​ກຳ​ປັ່ນ​ຫາ​ສິນ​ທະ​ເລ ຫາຍ​ຟ່ອງ ໃຫ້​ຮູ້​ວ່າ: ກຳ​ປັ່ນ Sunrise 689 ພວມ​ແລ່ນ​ມາ​ຮອດ​ເຂດ​ນ່ານ​ນ້ຳ​ ຫວຽດ​ນາມ ປະ​ຈຸ​ບັນ ພວມຢ​ູ່​ບໍ​ລິ​ເວນ​ທະ​ເລ ແຂວງ ກາ​ເມົາ. ບໍ​ລິ​ສັດ​ດັ່ງ​ກ່າວ ໄດ້​ແຈ້ງຂ່າວ​ຄາວ​ດັ່ງ​ກ່າວ ມາ​ຍັງ​ບັນ​ດາ​ອົງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ  ແລະ ຍາດ​ຕິ​ພີ່​ນ້ອງ​ຂອງ​ລູກ​ເຮືອ​ຮັບ​ຊາບ ແລະ ຄາດ​ວ່າ ຈະ​ຕ້ອນ​ຮັບ​ລູກ​ເຮືອ​ຂຶ້ນ​ຝັັ່ງ ໃນ​ວັນ​ທີ 10/10. ຕາມ​ຂ່າວ​ຄາວ​ໃນ​ເບື້ອງ​ຕົ້ນ​ແລ້ວ, ກຳ​ປັ່ນ​ລຳ​ດັ່ງ​ກ່າວ  ຖືກ​​ພວກ​ໂຈ​ນ​ສະ​ລັດປຸ້ນ​ເອົານ້ຳ​ມັນ​ທັງ​ໝົດ. 2 ຄົນ​ຖືກ​ທູບ​ຕີ​​ແບບ​ທໍ​ລະ​ມານ, ສ່ວນ 16 ຄົນ​ທີ່​ຍັງ​ເຫລືອ ​ມີ​ອາ​ການສຸ​ຂະ​ພາບປົກ​ກະ​ຕິ.

 

 

 

ຂ່າວ/ບົດ​ອື່ນ