ກຳ​ປັ່ນກວດ​ກາ​ການປະມົງ ຊ່ວຍ​ນຳ​ກ່ຳ​ປັ່ນ​ຫາ​ປາ​ຂອງ​ປະ​ຊາ​ຊົນ​ທີ່ປະ​ສົບ​ອຸ​ບັດ​ຕິດ​ເຫດ​ຈາກ​ເຈື່ອງ​ຊາ​ໄປ​ຍັງ​ດິນ​ຕໍ່​ແຜ່ນ​ຢ່າງ​ປອດ​ໄພ

(VOVWORLD) -ວັນທີ 6 ມີນາ, ຢູ່ທ່າກ່າປັ່ນ ບາງ່ອຍ, ນະຄອນກາມແຣງ, ແຂວງແຄ໊ງຮ່ວາ, ກອງບັນຊາການທະຫານເຂດ 4 ໄດ້ສົມທົບກັບໜ່ວຍກວດກາການປະມົງເລກທີ 4 ສົ່ງກ່ຳປັ່ນຫາປາ BTh97497 TS ພ້ອມກັບຊາວປະມົງແຂວງແຄ໊ງຮ່ວາ 12 ຄົນ ທີ່ປະສົບອຸບັດຕິເຫດຢູ່ເຈື່ອງຊາໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ຄອບຄົວ.

ກຳ​ປັ່ນກວດ​ກາ​ການປະມົງ ຊ່ວຍ​ນຳ​ກ່ຳ​ປັ່ນ​ຫາ​ປາ​ຂອງ​ປະ​ຊາ​ຊົນ​ທີ່ປະ​ສົບ​ອຸ​ບັດ​ຕິດ​ເຫດ​ຈາກ​ເຈື່ອງ​ຊາ​ໄປ​ຍັງ​ດິນ​ຕໍ່​ແຜ່ນ​ຢ່າງ​ປອດ​ໄພ - ảnh 1ກຳປັ່ນກວດກາການປະມົງຊ່ວຍນຳກ່ຳປັ່ນຫາປາຂອງປະຊາຊົນທີ່ປະສົບອຸບັດຕິດເຫດຈາກເຈື່ອງຊາໄປຍັງດິນຕໍ່ແຜ່ນຢ່າງປອດໄພ (ພາບ: TTXVN)

ກ່ຳປັນລຳດັ່ງກ່າວປະສົບອຸບັດຕິເຫດແຕ່ຕ່ອນບາຍວັນທີ 19 ກຸມພາ, ເມື່ອກຳລັງຈັບຫາສິນທະເລຢູ່ເຂດຫ່າງຈາກເກາະຊິງໂຕນ, ຕາແສງຊິງໂຕນ, ເມືອງເກາະເຈື່ອງຊາ, ແຂວງແຄ໊ງຮ່ວາ ປະມານ 6 ໄມທະເລໄປທາງທິດຕາເວັນຕົກສ່ຽງເໜືອ. ກ່ຳປັນຖືກເປ່ເພ ຕ້ອງສົ່ງສັນຍານຂໍຄວາມຊ່ວຍເຫຼືອກູ້ໄພ. ກຳປັ່ນເຈື່ອງຊາໝາຍເລກ 20 ສັງກັດ ກອງພັນນ້ອຍ 955, ກອງທັບເຮືອເຂດ 4 ພວມປະຕິບັດໜ້າທີ່ໃນທະເລ ໄດ້ເຂົ້າໃກ້ຢ່າງທັນການ, ປະຕິບັດການນຳກຳປັ່ນຂອງຊາວປະມົງກັບເມືອເກາະຊີງໂຕນຢ່າງປອດໄພ, ພ້ອມທັງຈັດສົ່ງໜ່ວຍສ້ອມແປງ ໜູນຊ່ວຍແກ້ໄຂເຫດການ ໃຫ້ແກ່ກຳປັ່ນທີ່ປະສົບອຸບັດຕິເຫດ. ຊາວປະມົງໃນກຳປັ່ນໄດ້ຮັບການກວດສຸຂະພາບ, ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ໜູນຊ່ວຍການເບິ່ງແຍງດູແລສຸຂະພາບ, ສະໜອງ ສະບຽງອາຫານໃນຕະຫຼວດເວລາຢູ່ໃນເກາະ.

ຕອບກັບ

ຂ່າວ/ບົດ​ອື່ນ