![ກ່ຳປັ່ນກອງທັບເຮືອລັດເຊຍຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ,ແຂວງແຄ້ງຮວ່າ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_27/varyag_2704.jpg)
ກຳປັ່ນ Varyag ຂອງລັດເຊຍ
(ພາບ: AFP)
|
(vovworld) –ວັນທີ 27/4, ກອງກ່ຳປັ່ນແມ່ທັບເຮືອປາຊີຝິກ, ກອງທັບເຮືອສະຫະພັນລັດເຊຍ ພ້ອມກັບລູກເຮືອກວ່າ 640 ຄົນ ໂດຍທ່ານພັນຕີ Ulyanenko Alexey ເປັນຜູ້ບັນຊາການ, ເລີ່ມຕົ້ນການຢ້ຽມຢາມທ່າກ່ຳປັ່ນສາກົນກາມແຣງ ແລະ ນະຄອນຍາຈາງ ( ແຂວງແຄ້ງຮວ່າ ). ໃນໄລຍະຢູ່ຢ້ຽມຢາມ ກຸ່ມບັນຊາກອງກ່ຳປັ່ນ ໄດ້ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນແຂວງແຄ້ງຮວ່າ, ເຫຼົ່າທັບເຮືອ, ໄປວາງພວງມາລາຢູ່ອະນຸສາວະລີ ເພື່ອອາໄລຫາບັນດາທະຫານໂຊວຽດ-ສະຫະພັນລັດເຊຍ-ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ພົບປະແລກປ່ຽນກັບພະນັກງານ, ນັກຮົບກອງທັບເຮືອປະຊາຊົນຫວຽດນາມ. ການຢ້ຽມຢາມຂອງແມ່ທັບຮືອ ກອງທັບເຮືອ
ສະຫະພັນລັດເຊຍ ແມ່ນເພື່ອແນໃສ່ປະກອບສ່ວນສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ການຮ່ວມມື ລະຫວ່າງ ກອງທັບເຮືອ ສອງປະເທດ ຫວຽດນາມ-ສະຫະພັນລັດເຊຍ.