ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ລຳ​ທຳ​ອິດ​ໄດ້​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນ​ຂອງ ຢູ​ແກຼນ ຢູ່​ທະ​ເລ​ດຳ

(VOVWORLD) -ບັນດາເຈົ້າໜ້າທີ່ຂອງ ຢູແກຼນ ແລະ ຕວັກກີ ກໍຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງທັນຍາຫານ ແລະ ອາຫານຈາກ ຢູແກຼນ ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ຢູ່ທະເລດຳ ຖືກຕ້ອງຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາຝ່າຍ ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຢູ່ທ່າກ່ຳປັ່ນແຫ່ງຕ່າງໆຄືນໃໝ່.
ກ່ຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ລຳ​ທຳ​ອິດ​ໄດ້​ເຂົ້າ​ທຽບ​ທ່າ​ກ່ຳ​ປັ່ນ​ຂອງ ຢູ​ແກຼນ ຢູ່​ທະ​ເລ​ດຳ - ảnh 1ກ່ຳປັ່ນຂົນສົ່ງສິນຄ້າລຳທຳອິດໄດ້ເຂົ້າທຽບທ່າ Chornomorsk ຂອງປະເທດນີ້ ຢູ່ທະເລດຳ (ພາບ: Reuters)

ວັນທີ 7 ສິງຫາ, ກະຊວງພື້ນຖານໂຄງລ່າງ ຢູແກຼນ ຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງສິນຄ້າລຳທຳອິດໄດ້ເຂົ້າທຽບທ່າ Chornomorsk ຂອງປະເທດນີ້ ຢູ່ທະເລດຳ ພາຍຫຼັງຖືກຢຸດຕິການເຄື່ອນໄຫວຊົ່ວຄາວຍ້ອນຖືກຜົນສະທ້ອນຈາກການປະທະກັນ.

        ໃນວັນດຽວກັນ, ບັນດາເຈົ້າໜ້າທີ່ຂອງ ຢູແກຼນ ແລະ ຕວັກກີ ກໍຢັ້ງຢືນວ່າ ກ່ຳປັ່ນຂົນສົ່ງທັນຍາຫານ ແລະ ອາຫານຈາກ ຢູແກຼນ ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ຢູ່ທະເລດຳ ຖືກຕ້ອງຕາມຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາຝ່າຍ ເພື່ອແນໃສ່ເຊື່ອມຕໍ່ການເຄື່ອນໄຫວຢູ່ທ່າກ່ຳປັ່ນແຫ່ງຕ່າງໆຄືນໃໝ່. ອົງການຄຸ້ມຄອງກ່ຳປັ່ນ ຢູແກຼນ ກໍໃຫ້ຮູ້ວ່າ ມີກ່ຳປັ່ນ 4 ລຳດັ່ງກ່າວ ໄດ້ຂົນສົ່ງສາລີ ພ້ອມກັບບາງປະເພດທັນອາຫານອື່ນໆຈຳນວນເກືອບ 170.000 ໂຕນ.


ຕອບກັບ

ຂ່າວ/ບົດ​ອື່ນ