ກ່ຳ​ປັ່ນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຖ້ຽວ​ທຳ​ອິດ​ໄດ້​ອອກ​ຈາກ​ທ່າ​ກ່ຳ​ປັ່ນ​ຂອງ Cyprus ເດີນ​ທາງ​ໄປ​ຍັງເຂດ ກາ​ຊາ

(VOVWORLD) - ວັນທີ 12 ມີນາ, ກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອຈຳນວນ 200 ໂຕນ ໃຫ້ເຂດດິນແດນ ກາຊາ ໄດ້ອອກຈາກທ່າກ່ຳປັ່ນຢູ່ Cyprus. ນີ້ແມ່ນໂຄງການທົດລອງການຂົນສົ່ງເຄື່ອງຊ່ວຍເຫຼືອທາງທະເລໃຫ້ແກ່ປະຊາຊົນ ປາແລັດສະຕິນ ທີ່ຖືກອຶດຫິວ.
ກ່ຳ​ປັ່ນ​ຂົນ​ສົ່ງ​ເຄື່ອງ​ຊ່ວຍ​ເຫຼືອ​ຖ້ຽວ​ທຳ​ອິດ​ໄດ້​ອອກ​ຈາກ​ທ່າ​ກ່ຳ​ປັ່ນ​ຂອງ Cyprus ເດີນ​ທາງ​ໄປ​ຍັງເຂດ ກາ​ຊາ - ảnh 1ກ່ຳປັ່ນຂົນສົ່ງເຄື່ອງຊ່ວຍເຫຼືອ Open Arms (ພາບ: EPA)

ກ່ຳປັ່ນ Open Arms ເລີ່ມເດີນທາງຈາກທ່າກ່ຳປັ່ນ Larnaca ຢູ່ເກາະ Cyprus ພ້ອມທັງໄດ້ແກ່ເຮືອທ້ອງແບນທີ່ຂົນສົ່ງແປ້ງເຂົ້າຈີ່, ເຂົ້າສານ… ໂຄງການນີ້ ສ່ວນໃຫຍ່ແມ່ນໂດຍສະຫະລັດອາຣັບ ເອມມີເລດ (UAE) ແລະ ອົງການກຸສົນ World Central Kitchen ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ ອຸປະຖຳ.

        ປັດຈຸບັນ, ຢູ່ເຂດ ກາຊາ ບໍ່ມີທ່າກ່ຳປັ່ນແຫ່ງໃດເຄື່ອນໄຫວ ແລະ ບັນດາເຈົ້າໜ້າທີ່ບໍ່ໄດ້ເຜີຍໃຫ້ຮູ້ວ່າ ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະເຂົ້າທຽບທ່າກ່ຳປັ່ນແຫ່ງໃດ, ຈະຖືກກວດກາຈາກ ອິດສະຣາແອັນ ຫຼືບໍ ແລະ ໃຜຈະເປັນຜູ້ແຈກຢາຍເຄື່ອງຊ່ວຍເຫຼືອດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ