ກ່ຳປັ່ນຂອງກຳລັງປົກປັກຮັກສາຝັ່ງທະເລອິນເດຍຢ້ຽມຢາມນະຄອນດ່ານັ້ງ

(VOVWORLD) -ວັນທີ 01 ເມສາ, ກ່ຳປັ່ນ ICGS VIJIT ຂອງກຳລັງປົກປັກຮັກສາຝັ່ງທະເລອິນເດຍ ໄດ້ເຂົ້າທຽບທ່າ ຕຽນຊາ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີນະຄອນດ່ານັ້ງ ເປັນເວລາ 4 ວັນ.

ກ່ຳປັ່ນຂອງກຳລັງປົກປັກຮັກສາຝັ່ງທະເລອິນເດຍຢ້ຽມຢາມນະຄອນດ່ານັ້ງ - ảnh 1

 ນາຍທະຫານ ແລະ ລູກເຮືອຂອງກ່ຳປັ່ນອິນເດຍຢ້ຽມຢາມນະຄອນດ່ານັ້ງ

(ພາບ: nld.com.vn)

ໃນໄລຍະຢູ່ຢ້ຽມຢາມນະຄອນດ່ານັ້ງ, ນາຍທະຫານ ແລະ ລູກເຮືອຂອງກ່ຳປັ່ນອິນເດຍ ໄດ້ເຂົ້າຢ້ຽມຄຳນັບການນຳນະຄອນດ່ານັ້ງ, ກອງບັນຊາການທະຫານເຂດ 5, ກອງບັນຊາການຕຳຫຼວດທະເລເຂດ 2; ຢ້ຽມຢາມນະຄອນດ່ານັ້ງ, ໂຮ້ຍອານ ແລະ ມີ້ເຊີນ (ແຂວງກວາງນາມ); ເຂົ້າຮ່ວມຊຸດຝຶກອົບຮົມລວມກ່ຽວກັບການຊອກຫາກູ້ໄພກູ້ຊີບກັບຕຳຫຼວດທະເລຫວຽດນາມ…

        ການຢ້ຽມຢາມຂອງກ່ຳປັ່ນ ICGS VIJIT ໃນຄັ້ງນີ້ ແມ່ນເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍ ເວົ້າລວມ ແລະ ການພົວພັນລະຫວ່າງຕຳຫຼວດທະເລ 2 ປະເທດເວົ້າສະເພາະ; ພ້ອມທັງຊ່ວຍເພີ່ມທະວີການໂຄສະນາພາບພົດຂອງນະຄອນດ່ານັ້ງ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ