ກ່ຳປັ່ນຂອງຈີນໄດ້ແລ່ນເຂົ້າເຂດນ່ານນ້ຳທະເລຂອງຍີ່ປຸ່ນ

(VOVWORLD) -ກຳລັງປ້ອງກັນຝັ່ງທະເລຍີ່ປຸ່ນ (JCG) ໃຫ້ຮູ້ວ່າ, ຕອນເຊົ້າວັນທີ 10 ສິງຫາ, ກ່ຳປັ່ນລັດຖະບານຂອງຈີນ 2 ລຳໄດ້ແລ່ນເຂົ້າເຂດນ່ານນ້ຳທະເລຂອງຍີ່ປຸ່ນ ຢູ່ທາງທິດຕາເວັນຕົກສ່ຽງໃຕ້ແຂວງ Kagoshima.
ກ່ຳປັ່ນຂອງຈີນໄດ້ແລ່ນເຂົ້າເຂດນ່ານນ້ຳທະເລຂອງຍີ່ປຸ່ນ - ảnh 1 (ພາບປະກອບ: AFP/TTXVN)

ນີ້ກໍ່ແມ່ນກ່ຳປັ່ນ 2 ລຳໄດ້ໄປຜ່ານເຂດທະເລທາງທິດຕາເວັນອອກສ່ຽງເໜືອຍີ່ປຸ່ນ ແລະ ຢູ່ບໍລິເວນທະເລອ້ອມແອ້ມເກາະ Kyushu ເມື່ອເດືອນ ກໍລະກົດ. ຕາມ JCG ແລ້ວ, ພາຍຫຼັງເດີນເຂົ້າເຂດທະເລໃກ້ກັບເຂດທາງທິດໃຕ້ Kagoshima ໃນເວລາ 6 ໂມງ 15 ນາທີ, ກ່ຳປັ່ນ 2 ລຳດັ່ງກ່າວໄດ້ເດີນເຮືອໄປທາງທິດຕາເວັນຕົກ, ຫ່າງຈາກເກາະດັ່ງກ່າວ 130 ກ.ມ ກ່ອນທີ່ຈະອອກຈາກເຂດນ່ານທະເລຂອງຍີ່ປຸ່ນ ໃນເວລາ 11 ໂມງ 45 ນາທີ.

        ຕາມສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) ແລ້ວ, ບັນດາກ່ຳປັ່ນຂອງທຸກປະເທດລ້ວນແຕ່ມີສິດ “ໄປມາ” ຢູ່ບັນດາບໍລິເວນຂຶ້ນກັບເຂດນ່ານນ້ຳທະເລຂອງປະເທດອື່ນ, ຖ້າຫາກບໍ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງຂອງປະເທດນີ້. JCG ໄດ້ແຈ້ງໃຫ້ກ່ຳປັ່ນຈີນ 2 ລຳດັ່ງກ່າວຜ່ານວິທະຍຸວ່າ, ຖ້າຫາກເຂົາເຈົ້າແລ່ນເຂົ້າເຂດນ່ານນ້ຳທະເລຂອງຍີ່ປຸ່ນ ແຕ່ບໍ່ຮັບປະກັນມາດຕະຖານໄປມາທີ່ບໍ່ສົ່ງຜົນຮ້າຍຫຍັງແມ່ນຈະບໍ່ໄດ້ຮັບອະນຸຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ