ກ່ຳປັ່ນຈີນແລ່ນເຂົ້າເຂດທະເລເກີດການຂັດແຍ້ງກັນກັບຍີ່ປຸ່ນ

ກ່ຳປັ່ນຈີນແລ່ນເຂົ້າເຂດທະເລເກີດການຂັດແຍ້ງກັນກັບຍີ່ປຸ່ນ - ảnh 1
ກ່​​ຳປັ່ນລາດຕະ​ເວນແລ່ນ​ເຂົ້າ​ເຂດ​ທະ​ເລ
ອ້ອມ​ຂ້າງ​ໝູ່​ເກາ​ະພວມ​​ເກີດ​ການ​ຂັດແຍ້​ງກັນ
(ພາບ: TTXVN)

(vovworld) - ວັນ​ທີ 17/05, ກຳລັງ​ປ້ອງ​ກັນຝັ່ງ​ທະ​ເລ ຍີ່ປຸ່ນ (JCG) ​ໃຫ້​ຮູ້​ວ່າ: ກ່​​ຳປັ່ນລາດຕະ​ເວນ 4 ລຳ​ຂອງ ຈີນ, ​ໃນ​ນັ້ນ​ມີ​ກ່ຳ​ປັ່ນ​ລຳ​ໜຶ່ງ​ເກືອບ​ຄື​ວ່າ​ໄດ້​ປະກອບ​ປືນ, ​ໄດ້​ແລ່ນ​ເຂົ້າ​ເຂດ​ທະ​ເລອ້ອມ​ຂ້າງ​ໝູ່​ເກາ​ະພວມ​​ເກີດ​ການ​ຂັດແຍ້​ງກັນ​ກັບ ຍີ່ປຸ່ນ ຊຶ່ງ ​ໂຕ​ກຽວ ​ເອີ້ນ​ວ່າ Senkaku ​ແລະ ຈີນ ​ເອີ້ນ​ວ່າ​ ຕ້ຽວອີ ຢູ່ທະ​ເລ ຮວາ​ຕູ​ງ. ກອງບັນຊາການ​ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ເຂດ 11 ຢູ່ Naha ​ແຂວງ Okinawa ປະກາດ​ວ່າ ​ເຫດ​ກໍລະນີ​ແຊກຊຶມ​ເຂົ້າບໍລິ​ເວນ​ດັ່ງ​ກ່າວ ​ເກີດ​ຂຶ້ນ​ໃນ​ເວ​ລາ​ປະມານ 14​ ໂມງ 30 ນາທີ​ຂອງ​ຕອນ​ບ່າຍ​ວັນ​ດຽວ​ກັນ (ຕາມ​ເວລາ​ທ້ອງ​ຖິ່ນ) ​ແລະ ​ແກ່​ຍາວ​ໃນ​ເວລາ​ປະມານ 2 ຊົ່ວ​ໂມງ.

ຂ່າວ/ບົດ​ອື່ນ