ກຳປັ່ນຈີນໄດ້ປິດລ້ອມ ຊາວປະມົງແລະກີດ ຂວາງກຳປັ່ນປະຕິບັດ ກົດໝາຍຫວຽດນາມ


ກຳປັ່ນຈີນໄດ້ປິດລ້ອມ ຊາວປະມົງແລະກີດ ຂວາງກຳປັ່ນປະຕິບັດ ກົດໝາຍຫວຽດນາມ  - ảnh 1

(ພາບ: vov)

(vovworld)- ວັນ​ທີ 19/5, ຈີນ ໄດ້ເພີ່ມຈຳນວນກຳປັ່ນຢູ່ອ້ອມແອ້ມບໍລິ​ເວນຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງຜິດກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຕື່ມອີກ 2 ລຳເມື່ອທຽບກັບໄລຍະກ່ອນ, ອັນໄດ້ຍົກ ຈຳນວນກຳປັ່ນທັງໝົດຂຶ້ນເຖິງ 136 ລຳຢູ່ບໍລິ​ເວນ​ດັ່ງກ່າວ, ໃນນັ້ນມີກຳປັ່ນສູ້ຮົບ 4 ລຳ, ກຳປັ່ນຂົນສົ່ງ 1 ລຳ. ຕາມທ່ານຫງວຽນວັນຈຸງ, ຮອງຫົວໜ້າກົມກວດກາການປະມົງ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽ​ດນາມ ແລ້ວ, ບັນດາ​ກຳ​ປັ່ນ​ປະຕິບັດ​ກົດໝາຍ​ຂອງ​ຫວຽດນາມ ຍັງ​ສືບ​ຕໍ່​ຕິດ​ຕາມ​ເຫດການ ​ແລະ ໜູນ​ຊ່ວຍ​ບັນດາ​ກຳ​ປັ່ນ​ຫາ​ປາ ​ແລະ ຊາວ​ປະມົງ​ຫວຽດນາມ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຄົນ ​ແລະ ຍານພາຫະນະ​ພວມ​ເຄື່ອນ​ໄຫວ​ຢູ່​ເຂດ​ຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຫວຽດນາມ ​ແລະ ​ໂຄສະນາ, ຮຽກຮ້ອງ​ໃຫ້​ຈີນ, ຖອນ​ຮ້ານ​ເຈາະ​ນ້ຳມັນ, ກຳ​ປັ່ນ​ປ້ອງ​ກັນ​ພວກ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ ໃນ​ເຂດ​ເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ. ທ່ານຫງວຽນວັນຈຸງ, ຮອງຫົວໜ້າກົມກວດກາ ການປະມົງ ໃຫ້​ຮູ້​ວ່າ:

  “ກຳ​ປັ່ນ​ຂອງ​ຈີນ​ ໄດ້​ເຕົ້າ​ໂຮມ​ເປັນ​ກຸ່ມ​ແຕ່ 5-10 ລຳ, ສົມທົບ​ກັບ​ກຳ​ປັ່ນ​ຫາ​ປາ​ຫຸ້ມເຫຼັກ ​ແນໃສ່​ປິດ​ລ້ອມ, ຕັ້ງ​ໃຈ​ສິດ​ນ້ຳ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕຳ​ໃສ່​ກຳ​ປັ່ນ​ຫາ​ປາ ​ແລະ ກຳ​ປັ່ນ​ປະຕິບັດ​ກົດໝາຍ​ຫວຽດນາມ ​ໃນ​ບໍລິ​ເວນຫ່າງ​ຈາກ​ຮ້ານ​ເຈາະ​ນ້ຳມັນ​ແຕ່ 5-7 ​ໄມ​ທະ​ເລ. ກຳ​ປັ່ນ​ຫາ​ປາ​ຂອງ​ຈີນ ມີ​ຂະໜາດ​ໃຫ່ຍ, ຄວາມ​ແຮງ​ຂອງ​ເຄື່ອງ​ຈັກ​ສູງ​ໄດ້​ລຽນ​ແຖວ​​ເປັນຂວາງ​ສະກັດ​ກັ້ນກຳ​ປັ່ນ​ປະຕິບັດ​ກົດໝາຍ​ຫວຽດນາມ. ກຳ​ປັ່ນ​ຂອງ​ຈີນ ປະມານ 30 ລຳ​ໄດ້​ເປັນ​ເຈົ້າການ​ປິດ​ລ້ອມ, ຕຳ, ນາບຂູ່​ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ​ຫວຽດນາມ. ​ແຕ່​ເຖິງ​ແນວ​ນັ້ນກໍ່ຕາມ, ຊາວ​ປະມົງ​ຫວຽດນາມ ຍັງ​ເດັດດ່ຽວ​​ເດີນ​ຕາມ​ອາຊີບ​ການ​ປະມົງ​ຢູ່​ເຂດຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຕົນ ສືບ​ຕໍ່​ຫາ​ປາ​​ເປັນ​ປົກກະຕິ“./.

 

ຂ່າວ/ບົດ​ອື່ນ