ກ່ຳ​ປັ່ນ​ທ່ອງ​ທ່ຽວ​ທະ​ເລ ພາ​ແຂ​ກ​ທ່ອງ​ທ່ຽ​ວ​ສາ​ກົນກວ່າ 2.000 ຄົນ ມາ​ທ່ຽວ ຮະ​ລອງ

(VOVWORLD) -ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບກວ່າ 2.000 ຄົນ, ເຊິ່ງສ່ວນຫຼາຍແມ່ນມາຈາກ ເຢຍລະມັນ ມາທ່ຽວຊົມນະຄອນ ຮະລອງ.
ກ່ຳ​ປັ່ນ​ທ່ອງ​ທ່ຽວ​ທະ​ເລ ພາ​ແຂ​ກ​ທ່ອງ​ທ່ຽ​ວ​ສາ​ກົນກວ່າ 2.000 ຄົນ ມາ​ທ່ຽວ ຮະ​ລອງ - ảnh 1ກ່ຳປັ່ນ Mein Schiff 5 ເຂົ້າທຽບທ່າກ່ຳປັ່ນ ຮະລອງ (ພາບ: TTXVN) 

ວັນທີ 26 ມີນາ, ຢູ່ທ່າກ່ຳປັ່ນຜູ້ໂດຍສານສາກົນ ຮະລອງ (ແຂວງ ກວ໋າງນິງ), ກ່ຳປັ່ນຫຼູຫຼາ Mein Schiff 5 ຂອງປະເທດ ມານຕາ ໄດ້ພາແຂກທ່ອງທ່ຽວເອີຣົບກວ່າ 2.000 ຄົນ, ເຊິ່ງສ່ວນຫຼາຍແມ່ນມາຈາກ ເຢຍລະມັນ ມາທ່ຽວຊົມນະຄອນ ຮະລອງ.

        ຕາມແຜນການແລ້ວ, ກ່ຳປັ່ນລຳດັ່ງກ່າວຈະພາແຂກທ່ອງທ່ຽວມາຄົ້ນຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຄື: ອ່າວຮະລອງ, ຫໍພິພິທະພັນ ກວ໋າງນິງ, ຄົ້ນຫາວັດທະນະທຳ, ອາຫານການກິນ ແລະ ອື່ນໆ.

        ນັບແຕ່ຕົ້ນເດືອນມານີ້, ນີ້ເປັນຄັ້ງທີ 3 ທີ່ກ່ຳປັ່ນ Mein Schiff 5 ພາແຂກທ່ອງທ່ຽວເອີຣົບ ມາທ່ຽວ ແລະ ຄົ້ນຫາຢູ່ ຮະລອງ.

       


ຕອບກັບ

ຂ່າວ/ບົດ​ອື່ນ