ກ່ຳປັ່ນທ່ອງທ່ຽວສາກົນ ໂດຍສານແຂກທ່ອງທ່ຽວ 333 ຄົນເຂົ້າທຽບທ່າ ຢູ່ນະຄອນ ຍາຈາງ

(VOVWORLD) - ຂະແໜງທ່ອງທ່ຽວແຂວງ ແຄ໋ງຮ່ວາ ໄດ້ຈັດບັນດາລາຍການທ່ອງທ່ຽວ ເພື່ອໃຫ້ແຂກທ່ອງທ່ຽວເລືອກເຟັ້ນຄື: ຖີບລົດຖີບຢ້ຽມຢາມວັດ ລົກເທາະ, ສາລາບ້ານ ຊວນລາກ, ເຮືອນບູຣານ ທ່ານ ຫາຍ…;

ວັນທີ 5 ມີນາ, ກ່ຳປັ່ນທ່ອງທ່ຽວ Silver Muse (ຈາກ Bahamas) ໄດ້ໂດຍສານແຂກທ່ອງທ່ຽວສາກົນ 333 ຄົນມາຈາກປະເທດຕ່າງໆຄື: ເຢຍລະມັນ, ການາດາ, ອົດສະຕາລີ, ໂກໂລມເບຍ, ໄທ, ຈີນ … ໄດ້ເຂົ້າທຽບທ່າຢູ່ນະຄອນທະເລ ຍາຈາງ, ແຂວງ ແຄ໋ງຮ່ວາ.

        ຂະແໜງທ່ອງທ່ຽວແຂວງ ແຄ໋ງຮ່ວາ ໄດ້ຈັດບັນດາລາຍການທ່ອງທ່ຽວ ເພື່ອໃຫ້ແຂກທ່ອງທ່ຽວເລືອກເຟັ້ນຄື: ຖີບລົດຖີບຢ້ຽມຢາມວັດ ລົກເທາະ, ສາລາບ້ານ ຊວນລາກ, ເຮືອນບູຣານ ທ່ານ ຫາຍ…; ຫຼື ຢ້ຽມຊົມນະຄອນ ຍາຈາງ ດ້ວຍລົດ 3 ລໍ້. ກ່ຳປັ່ນທ່ອງທ່ຽວ Silver Muse ເດີນທາງຈາກ ສິງກະໂປ ມານະຄອນ ໂຮ່ຈີມິນ, ຍາຈາງ, ຫຼັງຈາກນັ້ນໄດ້ເດີນທາງອອກຈາກນະຄອນ ຍາຈາງ ໄປຍັງນະຄອນ ດານັ້ງ ແລ້ວຈະສືບຕໍ່ການເດີນທາງໄປປະເທດອື່ນໆໃນໂລກ.

        ປີ 2023, ຂະແໜງທ່ອງທ່ຽວແຂວງ ແຄ໋ງຮ່ວາ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວປະມານ 4 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 1,5 ລ້ານເທື່ອຄົນ, ລາຍຮັບຈາກການທ່ອງທ່ຽວບັນລຸ 21.000 ຕື້ດົ່ງ (ກ່ວາ 885 ລ້ານ USD).

ຕອບກັບ

ຂ່າວ/ບົດ​ອື່ນ