ກຳປັ່ນທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ

(VOVWORLD) - ຕອນເຊົ້າວັນທີ 25 ພະຈິກ, ກຳປັ່ນທະຫານເຮືອ ມາເລເຊຍ ສອງລຳ ພ້ອມດ້ວຍນາຍພົນ, ລູກເຮືອ 254 ຄົນ ໂດຍພັນເຮືອເອກ Mohd Fadzli bin Mod, ກັບຕັນ ກຳປັ່ນ KD LEKIU ເປັນຫົວຫນ້າຄະນະ ໄດ້ເຂົ້າທຽບທ່າກຳປັ່ນ ໂຮ່ຈິມີນ ເລີ່ມຕົ້ນການຢ້ຽມຢາມໄມຕິຈິດ ຫວຽດນາມ ແຕ່ວັນທີ 25 -28 ພະຈິກປີ 2017.
ກຳປັ່ນທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ - ảnh 1 ທະຫານເຮືອມາເລເຊຍຢ້ຽມຢາມ ນະຄອນໂຮ່ຈິມີນ

ໃນໄລຍະຢູ່ ຢ້ຽມຢາມ ນະຄອນ ໂຮ່ຈິມີນ, ກຸ່ມນາຍທະຫານບັນຊາກຳປັ່ນຈະເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈິມີນ, ພົບປະກັບຜູ້ບັນຊາການທະຫານເຮືອເຂດ 2, ພົບປະແລກປ່ຽນກັບນາຍທະຫານຫນຸ່ມຢູ່ໂຮງຮຽນທະຫານເຮືອເຕັກນິກຊັ້ນກາງ, ຢ້ຽມຢາມທະຫານເຮືອທ່າກຳປັ່ນ 125 ແລະ ກຳປັ່ນພິທັກຮັກສາ 012 ຫລີທາຍໂຕ໋ ຂອງກອງທັບເຮືອຫວຽດນາມ ແລະ ຢ້ຽມຢາມທັດສະນິຍະພາບບາງແຫ່ງຢູ່ນະຄອນໂຮ່ຈິມີນ. 

ຕອບກັບ

ຂ່າວ/ບົດ​ອື່ນ