ກຳປັ່ນລາດຕະເວນ ຈີນ ໄດ້ປະກົດຕົວຢູ່ເຂດທະເລທີ່ພິດພາດກັບ ຍີ່ປຸ່ນ

ກຳປັ່ນລາດຕະເວນ ຈີນ ໄດ້ປະກົດຕົວຢູ່ເຂດທະເລທີ່ພິດພາດກັບ ຍີ່ປຸ່ນ - ảnh 1
ກຳປັ່ນ Haijian 46 ແມ່ນໜຶ່ງໃນຈຳນວນກຳປັ່ນ 3 ລຳຂອງ ຈີນ
(ພາບ: baodongnai.com.vn)

(vovworld) - ກຳລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ຍີ່ປຸ່ນ (ຫຼື JCG) ​ໃຫ້​ຮູ້​ວ່າ, ວັນ​ທີ 13/5, ກຳປັ່ນ​ລາດ​ຕາ​ເວນ​ຂອງ ຈີນ ​ໄດ້​ລ່ວງ​ລ້ຳເຂົ້າ​ເຂດ​ນ່ານທະ​ເລຢູ່ອ້ອມ​​ໝູ່​ເກາະ Senkaku ຢູ່​ທະ​ເລ ຮວາ​ຕຸງ, ​ເຊິ່ງປະຈຸ​ບັນ​ ​ໂຕ​ກຽວ ພວມຄຸ້ມ​ຄອງແຕ່ ປັກ​ກິ​ງ ກໍ່​​ໄດ້ຖະ​ແຫຼ​ງອະທິປະ​ໄຕ​ດ້ວຍ​ຊື່ວ່າ ຕຽວອີ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກົມມະຫາ​ສະໝຸດ​ແຫ່ງ​ລັດ ຈີນ ​ໄດ້​ຮັບ​ຮູ້​ວ່າ: ມີ​ກຳ​ປັ່ນ​ລາດ​ຕາ​ເວນ 3 ລຳຂອງ​ປະ​ເທດ​ນີ້​ໄດ້​ດຳ​ເນີນ​ການ​ລາດ​ຕາ​ເວນ​ເປັນ​ປະຈຳ​ຢູ່​ເຂດ​ນ່ານທະ​ເລ​ອ້ອມ​ໝູ່​ເກາະ ຕຽວອີ/ Senkaku. ທ່ານ Shinsuke Sugiyama, ຫົວໜ້າ​ກົມ ອາຊີ - ທະວີບ​ໂອ​ເຊ​ອາ​ນີ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບອັກ​ຄະ​ລັດຖະທູດ ຈີນ ປະຈຳ ຍີ່ປຸ່ນ ​ທ່ານ ຂານ​ຈືຈ໋ຽນ​ເພື່ອ​ມອບ​ຈົດ​ໝາຍ​ທາງ​ການ​ແນ​ໃສ່​ຄັດຄ້ານການ​ກະທຳ​ດັ່ງກ່າວ. ນີ້​ເປັນ​ຄັ້ງ​ທີ 43 ທີ່ມີ​ກຳ​ປັ່ນຂອງ ຈີນ ​ໄດ້​ລະ​ເມີດເຂດນ່ານທະ​ເລ​ອ້ອມ​​ໝູ່​ເກາະ Senkaku/ ຕຽວອີ ນັບ​ແຕ່​ເມື່ອ ​ໂຕ​ກຽວ ຫັນ​​ເກາະ​​ເກືອບ​ທັງ​ໝົດທີ່​ຂຶ້ນ​ກັບ​ໝູ່​ເກາະ​ດັ່ງກ່າວ​ເປັນ​ຂອງ​ລັດ ​ເມື່ອ​​ເດືອນ 9/2012.

ຂ່າວ/ບົດ​ອື່ນ