ກຳປັ່ນຮົບຂອງຈີນ ແລ່ນຜ່ານເຂດທະເລຢູ່ອ້ອມແອ້ມເກາະ Okinawa ປະເທດຍີ່ປຸ່ນ

ກຳປັ່ນຮົບຂອງຈີນ ແລ່ນຜ່ານເຂດທະເລຢູ່ອ້ອມແອ້ມເກາະ Okinawa ປະເທດຍີ່ປຸ່ນ - ảnh 1
ກຳປັ່ນຂອງ ຈີນ ຢູ່ມໍ່ກັບເຂດທະເລອ້ອມແອ້ມເກາະ Okinama
ພາບ:AFP/JCG



(vovworld) - ວັນ​ທີ 16/10, ກຳ​ປັ່ນ​ຮົບ 7 ລຳ​ຂອງ​ຈີນ​ໄດ້​ແລ່ນ​ຜ່ານ​ບໍລິ​ເວນຕິດ​ກັບ​ເຂດ​ທະ​ເລ​ຢູ່ອ້ອມ​ແອ້ມ​ເກາະ Okinama ຂອງ​ຍີ່ປຸ່ນ. ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ສະພາບ​ການ​ຈີນ ​ແລະ ຍີ່​ປຸ່ນ ພວມ​ເກີດ​ຄວາມ​ເຄັ່ງ​ຕຶງ​ທີ່​ກ່ຽວ​ຂອງ​ເຖິງ​ອະທິປະ​ໄຕ​ຕໍ່​ໝູ່​ເກາະ Senkaku ຢູ່​ທະ​​ເລຮົວຕຸ​ງ​ຂອງ​ຈີນ. ນີ້​​ເປັນ​ຄັ້ງ​ທຳ​ອິດ​ກຳ​ປັ່ນ​ຂອງ​ຈີນ​ເຂົ້າ​ເຂດ​ນີ້. ຕາມ​ບັນດາ​ເຈົ້າ​ຫນ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ​ແລ້ວ, ຜ່ານ​ທາງການ​ທູດ, ປັກ​ກີ່​ງ ​ໄດ້​ແຈ້ງ​ໃຫ້ ​ໂຕ​ກຽວ ກ່ຽວ​ກັບ​ເຫດການ​ດັ່ງກ່າວ​ເພື່ອ​ຫລີກ​ລ້ຽງ​ພະຍຸ​ພວມ​ພັດ​ເຂົ້າເ​ກາະ Minami Daito ຂຶ້ນ​ກັບ​ເກາະ Okinawa.  ຄຳ​ຖະ​ແຫລ​ງດັ່ງກ່າວ​ຖືກ​ຍົກ​ອອກ​ໃນ​ການ​ປະຊຸມ​​​​ໃນ​ວັນ​ທີ 16/10, ທ່ານ Osamu Fujumura ຫົວຫນ້າ​ຫ້ອງ​ວ່າການ​ຄະນະ​ລັດຖະບານ ​ໃຫ້​ຮູ້​ວ່າ: ຍີ່​ປຸ່ນ ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ​ ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ແມ່ນ​ອີງ​ໃສ່​ການ​ຕີ​ລາຄາ​ຮອບດ້ານ. ທ່ານ​ຢືນຢັນ​ວ່າ ຍີ່​ປຸ່ນ ຈະ​ສືບ​ຕໍ່​ກວດກາ​ບັນດາ​ເຂດ​ທະ​ເລ​ໃກ້​ຄຽງ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ ຈີນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ເດີນ​ທະ​ເລ​ຢູ່​ບໍລິ​ເວນ​ນີ້./.

ຂ່າວ/ບົດ​ອື່ນ