ກຳ​ປູ​ເຈຍ ກຳ​ນົດເວ​ລາ​ຈັດ​ກອງ​ປະ​ຊຸມວົງ​ແຄບລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ.

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Prak Skhonn ພິນິດໄສວ່າ AMM Retreat ຈະມາເຖິງນີ້ ແມ່ນການພົບປະສຳຄັນຂັ້ນ ລັດຖະມົນຕີຄັ້ງທຳອິດເພື່ອແນໃສ່ການປຶກສາຫາລື ມຸ່ງໄປເຖິງບັນດາຂໍ້ຕົກລົງ ແລະ ແຜນການ ທີ່ບັນດາປະເທດໄດ້ເຫັນດີແຕ່ປີກາຍນີ້
ກຳ​ປູ​ເຈຍ ກຳ​ນົດເວ​ລາ​ຈັດ​ກອງ​ປະ​ຊຸມວົງ​ແຄບລະ​ຫວ່າງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ. - ảnh 1ພາບປະກອບ: TTXVN

ໜັງສືພິມ Khmer Times ສະບັບອອກວັນທີ 07 ມັງກອນ ໄດ້ໃຫ້ຂ່າວວ່າ ກຳປູເຈຍ ຈະຈັດກອງປະຊຸມວົງແຄບລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (AMM Retreat) ໃນວັນທີ 18-19 ມັງກອນຈະມາເຖິງ ຢູ່ ນະຄອນຫຼວງ Siem Reap. AMM Retreat ແມ່ນກອງປະຊຸມສຳຄັນຄັ້ງທຳອິດໃນ ປີ 2022 ທີ່ ກຳປູເຈຍ ຈັດຂຶ້ນໃນນາມເປັນປະເທດດຳລົງຕຳແໜ່ງ ປະທານ ອາຊຽນ. ໃນກອງປະຊຸມທີ່ຈະມາເຖິງນີ້, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຈະລຽກປ່ຽນທັດສະນະກ່ຽວກັບບັນຫາທີ່ຄາດວ່າຈະປະຕິບັດ ກໍ່ຄືສິ່ງທ້າທາຍທີ່ ອາຊຽນ ຈະຕ້ອງປະເຊີນໜ້າໃນປີນີ້.

ຫວ່າງມໍ່ໆນີ້, ໃນການໂອ້ລົມສົນທະນາ ກ່ຽວກັບອາຍຸການປະຕິບັດ ປະທານ ອາຊຽນ ປີ 2022 ຂອງ ກຳປູເຈຍ ໂດຍສະຖາບັນ Yusof Ishakຈັດຂຶ້ນ,  ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Prak Skhonn ພິນິດໄສວ່າ AMM Retreat ຈະມາເຖິງນີ້ ແມ່ນການພົບປະສຳຄັນຂັ້ນ ລັດຖະມົນຕີຄັ້ງທຳອິດເພື່ອແນໃສ່ການປຶກສາຫາລື ມຸ່ງໄປເຖິງບັນດາຂໍ້ຕົກລົງ ແລະ ແຜນການ ທີ່ບັນດາປະເທດໄດ້ເຫັນດີແຕ່ປີກາຍນີ້, ພ້ອມດຽວກັນນັ້ນແມ່ນໂອກາດເພື່ອປຶກສາຫາລືກ່ຽວກັບບັນດາຂໍ້ລິເລີ່ມໃໝ່ ໃນການຊູກຍູ້ການສ້າງປະຊາຄົມອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ