ກຳປູເຈຍ ຈະຈັດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ໃນອາທິດຈະມາເຖິງ

(VOVWORLD) -AMM Retreat ຈະຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ປຶກສາຫາລືວິທີເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ
ກຳປູເຈຍ ຈະຈັດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ໃນອາທິດຈະມາເຖິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhom
(ພາບປະກອບ: TTXVN)

ວັນທີ 10 ກຸມພາ, ກຳປູເຈຍ, ປະເທດດຳລົງຕຳແໜ່ງປະທານ ອາຊຽນ ປີ 2022 ໄດ້ແຈ້ງໃຫ້ຊາບວ່າ ຈະຈັດກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ໃນວັນທີ 15 – 17 ກຸມພາ ຢູ່ນະຄອນຫຼວງ ພະນົມເປັນ ຕາມຮູບແບບໂດຍກົງ ສົມທົບກັບທາງໄກ.

        ແຈ້ງການຂອງກະຊວງການຕ່າງປະເທດ ກຳປູເຈຍ ໃຫ້ຮູ້ວ່າ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhom ຈະເປັນປະທານກອງປະຊຸມ. ແຈ້ງການຊີ້ແຈ້ງວ່າ: “AMM Retreat ຈະຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 ແລະ 39, ປຶກສາຫາລືວິທີເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາໃນຂະນະທີ່ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ, ພ້ອມທັງປຶກສາຫາລືກ່ຽວກັບວິທີ ແລະ ມາດຕະການໃນຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ຂະຫຍັນຂັນເຄື່ອນ, ສັນຕິພາບ ແລະ ວັດທະນາຖາວອນກວ່າ”. ຕາມແຈ້ງການ, ກອງປະຊຸມກໍ່ຈະປຶກສາຫາລືບັນດາບັນຫາຢູ່ພາກພື້ນ ແລະ ສາກົນມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ