ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ

(VOVWORLD) -ຕາມຂໍ້ຕົກລົງລະຫວ່າງສອງປະເທດ, ຝ່າຍ ຫວຽດນາມກໍ່ຈະລົງມືກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປເຖິງດ່ານຊາຍແດນສາກົນ ມົກບ່າຍ ແຂວງໄຕນິງ ໂດຍໄວ ເພື່ອເຊື່ອມຕໍ່ເສັ້ນທາງຄວາມໄວສູງສາຍໃຫມ່ຂອງ ກຳປູເຈຍ.
ກຳ​ປູ​ເຈຍ ຍູ້​ໄວ​ແຜນກໍ່​ສ້າງເສັ້ນ​ທາງ​ຄວາມ​ໄວ​ສູງ​ໄປ​​ເຖິງ​ ຫວຽດ​ນາມ - ảnh 1ພາບປະກອບ

ກຳປູເຈຍ ແລະ ຫວຽດນາມ ຈະຍູ້ແຮງແຜນການກໍ່ສ້າງເສັ້ນທາງຄວາມໄວສູງເຊື່ອມຕໍ່ລະຫວ່າງສອງປະເທດ. ວັນທີ 30 ສິງຫາ, ທ່ານ Sun Chanthol ລັດຖະມົນຕີກະຊວງຄົມມະນາຄົມ ແລະ ໂຍທາທິການ ກຳປູເຈຍ ໃຫ້ຮູ້ວ່າ: ປະຈຸບັນ ລັດຖະບານ ກຳປູເຈຍ ໄດ້ອະນຸຍາດໃຫ້ບໍລິສັດແຫ່ງຫນຶ່ງຂອງຈີນ ດຳເນີນການຄົ້ນຄ້ວາຄວາມເປັນໄປກ່ຽວກັບການກໍ່ສ້າງເສັ້ນທາງຄວາມໄວສູງ ຈາກພະນົມເປັນ ໄປເຖິງ ເທດສະບານ Bavet ແຂວງ Svay Rieng ໃກ້ກັບຊາຍແດນຕິດກັບຫວຽດນາມ. ຄາດວ່າ ບົດຄົ້ນຄ້ວາຄວາມເປັນໄປນີ້ ຈະສຳເລັດໃນເດືອນທັນວາ ປີ 2021 ຫລັງຈາກນັ້ນ ຈະຍື່ນສະເຫນີຕໍ່ບັນດາກະຊວງ, ຂະແຫນງການກ່ຽວຂ້ອງເພື່ອພິຈາລະນາ, ກວດກາກ່ອນທີ່ໃຫ້ອະນຸມັດຜ່ານ. ຕາມຂໍ້ຕົກລົງລະຫວ່າງສອງປະເທດ, ຝ່າຍ ຫວຽດນາມກໍ່ຈະລົງມືກໍ່ສ້າງເສັ້ນທາງຄວາມໄວສູງຈາກນະຄອນ ໂຮ່ຈີມິນ ໄປເຖິງດ່ານຊາຍແດນສາກົນ ມົກບ່າຍ ແຂວງໄຕນິງ ໂດຍໄວ ເພື່ອເຊື່ອມຕໍ່ເສັ້ນທາງຄວາມໄວສູງສາຍໃຫມ່ຂອງກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ