ກຳປູເຈຍ: ທ່ານ Sam Rainsy ຖືກກ່າວຫາ ຕ້ານຄືນຜົນປະໂຫຍດ ແຫ່ງຊາດ

ກຳປູເຈຍ: ທ່ານ Sam Rainsy ຖືກກ່າວຫາ ຕ້ານຄືນຜົນປະໂຫຍດ ແຫ່ງຊາດ - ảnh 1
(ທ່ານ Sam Rainsy)

(vovworld) - ບັນດາ​ສະມາຊິກ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ໄດ້​ຕຳ​ນິຕິ​ຕຽນການ​ໄປ​ປະຕິບັດ​ງານ​ຂອງ​ປະທານ​ພັກ​ກູ້​ຊາດ (CNRP) ທ່ານ Sam Rainsy ​ເຖິງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ແນ​ໃສ່​ຂົນຂວາຍ​ຫຼຸດຜ່ອນ​ການ​ອຸປະຖຳ​ໃຫ້​ແກ່​ກຳປູ​ເຈຍ ​ແລະ ບໍ່​ຮັບ​ຮູ້​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hun Sen.

        ວັນ​ທີ 09 ຕຸລາ, ​ແວບ​ໄຊ​ເອ​ເລກ​ໂຕ​ນິດ “Sen” ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Cheam Diep, ປະທານ​ຄະນະ​ເສດຖະກິດ​ການ​ຄ້າ, ທະນາຄານ​ຂອງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ, ຖື​ວ່າ ການ​ເຄື່ອນ​ໄຫວ​ຂອງ​ທ່ານ Sam Rainsy ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ເສດຖະ​ກິດ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​. ​ໃນ​ຂະນະ​ນັ້ນ, ວັນ​ທີ 09 ຕຸລາ, ໜັງສືພິມ “ກຳປູ​ເຈຍ​ໃໝ່” ​ໄດ້​ຄັດ​ສະ​ເໜີຄຳ​ເວົ້າ​ຂອງ​ທ່ານ Cheam Diep ຊີ​້ແຈ້ງວ່າ ​ເລື່ອງ​ທ່ານ Sam Rainsy ​ໄດ້​ເຕົ້າ​ໂຮມ​ບັນດາ​ບົດ​ສະ​ເໜີ​ທີ່​ມີລາຍ​ມື​​​​ເພື່ອ​ເປັນ​ຫຼັກ​ຖານ​ໃຫ້​ແກ່​ການຄັດຄ້ານ​ລັດຖະບານ​ໃໝ່ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະຫະ​ປະຊາ​ຊາດ ​ແມ່ນ​ບໍ່​ມີ​ຄວາມ​ໝາຍ ຍ້ອນ CPP ​ເຮັດ​ວຽກ​ຕາມ​ລັດຖະທຳ​ມະນູນ, ກົດໝາຍ​ຂອງ​ກຳປູ​ເຈຍ ​ແລະ ພະ​ລາຊະ​ດຳລັດ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ແລະ ໄດ້​ຮັບ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ຫາງ​ສຽງ​ມະຫາ​ຊົນກຳປູ​ເຈຍ ຖື​ວ່າ ​ເລື່ອງ​ທ່ານ Sam Rainsy ​​ໄປ​ຕ່າງປະ​ເທດ​ເພື່ອ​ຂົນຂວາຍ​ຫຼຸດຜ່ອນ​ການ​ອຸປະຖຳ, ການ​ລົງທຶນ​​ເຂົ້າກຳ​ປູ​ເຈຍ ​ແມ່ນ​ວຽກ​ງານ​ທີ່​ຝືນກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ