ກຳປູເຈຍ: ບັນດາຜູ້ແທນ CPP ແລະ CNRP ກະກຽມໃຫ້ການເຈລະຈາຂັ້ນສູງ

ກຳປູເຈຍ: ບັນດາຜູ້ແທນ CPP ແລະ CNRP ກະກຽມໃຫ້ການເຈລະຈາຂັ້ນສູງ - ảnh 1
ບັນດາ​ຜູ້​ແທນ CPP ​ແລະ CNRP ກະກຽມ​ໃຫ້ການ​ເຈລະຈາ​ຂັ້ນສູງ
(ພາບ: TTXVN)


(vovworld) - ກຸ່​ມ​ປະຕິບັດ​ງານລວມມີ​ສະມາຊິກ 3 ຄົນ​ສັງກັດພັກ​ປະຊາຊົນ ກຳປູ​ເຈຍ (CPP) ​ແລະ ພັກ​ກູ້​ໄພ​ແຫ່ງ​ຊາດ ກຳປູ​ເຈຍ (CNRP) ຈະ​ພົບ​ປະກັນ​ໃນ​ວັນ​ທີ 3/1 ​ເພື່ອ​ປຶກສາ​ຫາລືລາຍການ​ໃຫ້​​ແກ່ການ​ເຈລະຈາ​ຂອງ​ຜູ້ນຳ​ຂັ້ນສູງ​ສອງ​ພັກ​ໃນ​ໄລຍະ​ຈະ​ມາ​ເຖີງ.

        ຫົວໜ້າກຸ່ມ​ປະຕິບັດ​ງານຂອງ CPP, ທ່ານ​ລັດຖະມົນຕີ​ຮັບ​ຜິດ​ຊອບ​ວຽກງານກະຊ​ວງພາຍ​ໃນ Prum Sokha ຊົມ​ເຊີ​ຍ​ເລື່ອງ CNRP ກັບ​ຄືນສູ່​ການ​ເຈລະຈາ​ພາຍຫຼັງໜຶ່ງ​ເດືອນດຳ​ເນີນ​ແຫ່ຂະ​ບວນ​ປະ​ທ້ວງ. ທ່ານ​ກໍ​ຢືນຢັນ​ຫຼັກໝັ້ນຂອງ CPP ຈະ​ບໍ່​ປ່ຽນ​ແປງ, ຕາມ​ນັ້ນ, “ວິທີ​ດຽວ ​ແລ​ະ ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນຫາພາຍຫຼັງການ​ເລືອກ​ຕັ້ງ​ແມ່ນຕ້ອງ​ຜ່ານການ​ເຈລະຈາ​ສັນຕິພາບ”.

      ສ່ວນ​ໂຄສົກ​ຂອງ CNRP YimSovanncho ​ໃຫ້​ຮູ້​ວ່າ ພັກ​ນີ້ຈະ​ຊຸກຍູ້​​ໂຄງການ ​ສຸມ​ໃສ່​ການ​ປະຕິ​ຮູບ ​ແລະ ຮຽກຮ້ອງດຳ​ເນີນ​ການ​ເລືອກ​ຕັ້ງຄືນ​ໃໝ່, ພ້ອມ​ທັງ​ສະ​ເໜີວ່າຕ້ອງ​ເປີດ​ເຜິີຍ​ການພົບ​ປະລະ​ຫວ່າງ​ນາຍົກລັດຖະມົນຕີ Hunsen ​ແລ​ະ ທ່ານ Sam Rainsy ທຸກ​ຄັ້ງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ