ກຳປູເຈຍ ປະກາດເລື່ອນກອງປະຊຸມ ASEM 13 ຢ່າງເປັນທາງການ

(VOVWORLD) - ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ວັນທີ 04 ກໍລະກົດ ໄດ້ອອກແຈ້ງການຂ່າວກ່ຽວກັບເລື່ອງເລື່ອນວັນເວລາຈັດກອງປະຊຸມສຸດຍອດ ອາຊີ - ເອີຣົບ ຄັ້ງທີ 13 (ASEM 13) ຢ່າງເປັນທາງການ ຍ້ອນບັນດາຄວາມຫຍຸ້ງຍາກທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. 

  ແຈ້ງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ ກຳປູເຈຍ ຈັດຕັ້ງກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ອາວຸໂສ ASEM (ASEM SOM) ໃນລະຫວ່າງວັນທີ 02 – 03 ກໍລະກົດ ພາຍໃຕ້ການເປັນປະທານຂອງທ່ານ ປອ Sok Siphana ທີ່ປຶກສາຂັ້ນສູງລັດຖະບານ ກຳປູເຈຍ.

          ທັງໝົດ ທີ່ໄດ້ສະຫງວນໃຫ້ແກ່ ກຳປູເຈຍ ໃນການເປັນເຈົ້າພາບຈັດຕັ້ງ ASEM 13. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບການໂລກລະບາດໂຄວິດ-19, ບັນດາການນຳຂັ້ນສູງທຸກທ່ານທີ່ເຂົ້າຮ່ວມກອງປະຊຸມ ASEM SOM ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນຄຳສະເໜີຂອງ ກຳປູເຈຍ ກ່ຽວກັບເລື່ອງເລື່ອນວັນເວລາຈັດກອງປະຊຸມ ASEM 13 ຮອດກາງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ