ກຳປູເຈຍ ປະກາດເວລາສ້າງຕັ້ງລັດຖະບານໃໝ່

(VOVWORLD) - ເຈົ້າຊີວິດ Norodom Sihamoni ຈະເປັນປະທານວາລະໄຂກອງປະຊຸມຂອງສະພາແຫ່ງຊາດຊຸດໃໝ່ຈະຈັດຕັ້ງໃນວັນທີ 19 ກັນຍາ

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໃຫ້ຮູ້ວ່າ: ລັດຖະບານໃໝ່ຈະໄດ້ຮັບການສ້າງຕັ້ງໃນວັນທີ 20 ກັນຍາ, ພາຍຫຼັງທີ່ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດຂອງທ່ານຍາດໄດ້ໄຊຊະນະໃນການເລືອກຕັ້ງເມື່ອວັນທີ 29 ກໍລະກົດ ຜ່ານມາ.

ວັນທີ 2 ສິງຫາ, ກ່າວຄຳເຫັນຕໍ່ກຳມະກອນຕ່ຳແຜ່ນຕັດຫຍິບນັບພັນຄົນຢູ່ນະຄອນຫຼວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ Samdech Hunsen ໄດ້ຊີ້ແຈ້ງວ່າ: ເຈົ້າຊີວິດ Norodom Sihamoni ຈະເປັນປະທານວາລະໄຂກອງປະຊຸມຂອງສະພາແຫ່ງຊາດຊຸດໃໝ່ຈະຈັດຕັ້ງໃນວັນທີ 19 ກັນຍາ, ຈາກນັ້ນ, ສະພາແຫ່ງຊາດຊຸດໃໝ່ຈະປ່ອນບັດສ້າງຕັ້ງລັດຖະບານໃໝ່ໃນວັນທີ 20 ກັນຍາ. ໃນຕອນເຊົ້າວັນທີ 20 ກັນຍາ, ລັດຖະບານຊຸດໃໝ່ຈະໄດ້ຮັບການສ້າງຕັ້ງ ແລະ ພິທີສາບານຕົວເຂົ້າດຳລົງຕຳແໜ່ງຈະຈັດຕັ້ງໃນຕອນບ່າຍວັນດຽວກັນ. ວັນທີ 21 ກັນຍາ, ກອງປະຊຸມຄັ້ງທຳອິດຂອງລັດຖະບານຊຸດໃໝ່ຈະໄດ້ດຳເນີນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ