ກຳປູເຈຍ ປະກາດໝາກຜົນການ ເລືອກຕັ້ງຕາແສງຢ່າງເປັນທາງການ

ກຳປູເຈຍ ປະກາດໝາກຜົນການ ເລືອກຕັ້ງຕາແສງຢ່າງເປັນທາງການ - ảnh 1

ສະຖານທີ່ປ່ອນບັດ​​ແຫ່ງ 1 ຢູ່ກຳປູ​ເຈຍ

(ພາບ:nhandan.org.vn)​

( vovworld ) – ວັນ​ທີ 24/6, ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ​ໄດ້​ປະກາດ​ໝາກຜົນ​ການ​ເລືອກຕັ້ງຕາ​ແສງ​ຄັ້ງທີ 3 ຢ່າງ​ເປັນ​ທາງ​ການ ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 3/6 ທີ່​ຜ່ານ​ມາ. ຕາມ​ນັ້ນ​ແລ້ວ, ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ​ຂອງ​ນາຍົກລັດຖະມົນຕີ Hun Sen ​ໄດ້​ຮັບ​ໄຊຊະນະຢ່າງ​ຂາດ​ຂັ້ນ, ນຳ​ໜ້າດ້ວຍ 1592 ​ໃນ​ຈຳນວນ​ຕາ​ແສງທັງ​ໝົດ 1633 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ພັກ Sam Rainsy ຊື່​ງ​ແມ່ນ​ພັກ​ຝ່າຍ​ຄ້ານ​ຢູ່ກຳ​ປູ​ເຈຍ ຢືນ​ອັນ​ດັບ​ທີ 2 ​ໃນ​ຂະນະ​ທີ່​ຍາດ​ໄດ້​ທີ່​ນັ່ງຢູ່  ຕາ​ແສງ ​22 ແຫ່ງ. ການ​ເລືອກ​ຕັ້ງຕາ​ແສງ​ຄັ້ງທີ 3 ນີ້ ມີ​ການ​ເຂົ້າຮ່ວມ​ຂອງ 10 ພັກ​ຝ່າຍ​ການ​ເມືອງ. ຢູ່ກຳ​ປູ​ເຈຍ, ການ​ເລືອກ​ຕັ້ງຕາ​ແສງ​ຖືກ​ດຳ​ເນີນ​ໄປ​ໃນ​ເວລາ 5 ປີ​ເທື່ອ 1.

ຂ່າວ/ບົດ​ອື່ນ