ກຳປູເຈຍ ປະຕິບັດສຳເລັດ 90% ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດ VII

(VOVWORLD) -ມີນັກສັງເກດການຢູ່ພາຍໃນປະເທດເກືອບ 90.000 ຄົນ ແລະ ຕ່າງປະເທດ ກວ່າ 200 ຄົນ ຈະເຂົ້າຮ່ວມການຕິດຕາມວິວັດການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII
ກຳປູເຈຍ ປະຕິບັດສຳເລັດ 90% ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດ VII - ảnh 1ການແຫ່ຂະບວນຫາສຽງເລືອກຕັ້ງ ຢູ່ ກຳປູເຈຍ.ພາບ:Văn Đỗ/VOV-Phnom Penh

ບັນດາພັກການເມືອງຕົ້ນຕໍຢູ່ ກຳປູເຈຍ ຫາກໍ່ສິ້ນສຸດບັ້ນຫາສຽງເລືອກຕັ້ງທີ່ແກ່ຍາວໃນເວລາ  3 ອາທິດ ແຕ່ວັນທີ 1- 21ກໍລະກົດ. ເມື່ອແລກປ່ຽນກັບສື່ມວນຊົນ ໃນຕອນບ່າຍວັນທີ 21 ກໍບະກົດ, ທ່ານ Tep Nytha ເລຂານຸການໃຫຍ່ ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ (NEC) ຢືນຢັນ: ມາຮອດຈຸດເວລານີ້ ວຽກງານກະກຽມການເລືອກຕັ້ງຢູ່ ກຳປູເຈຍ ແມ່ນສຳເລັດກວ່າ 90% ແລ້ວ. ກົມໃຫຍ່ຕຳຫລວດແຫ່ງຊາດ ກຳປູເຈຍ ໄດ້ກະກຽມກຳລັງຕຳຫລວດເກືອບ 100.000 ຄົນເພື່ອຮັບໃຊ້ວຽກງານຮັກສາຄວາມປອດໄພ, ຄວາມໝັ້ນຄົງໃນໄລຍະດຳເນີນບັ້ນຫາສຽງເລືອກຕັ້ງ ແລະ ການເຄື່ອນໄຫວເລືອກຕັ້ງ. ຕາມ NEC ແລ້ວ, ມີ ກວ່າ 20.000 ຄົນຮັບໃຊ້ການເຄື່ອນໄຫວຫາສຽງເລືອກຕັ້ງ, 70.000 ຄົນປະຕິບັດຫນ້າທີ່ປ້ອງກັນຄວາມສະຫງົບປອດໄພໃນການເລືອກຕັ້ງ ແລະ ການເຄື່ອນໄຫວນັບບັດເລືອກຕັ້ງ.

ສື່ມວນຊົນ ກຳປູເຈຍ ກໍ່ຄັດແຫລ່ງຂ່າວຈາກອົງການດັ່ງກ່າວໂດຍໃຫ້ຮູ້ວ່າ: ມີນັກສັງເກດການຢູ່ພາຍໃນປະເທດເກືອບ 90.000 ຄົນ ແລະ ຕ່າງປະເທດ ກວ່າ 200 ຄົນ ຈະເຂົ້າຮ່ວມການຕິດຕາມວິວັດການເລືອກຕັ້ງສະພາແຫ່ງຊາດຊຸດທີ 12 ຊື່ງດຳເນີນໃນວັນທີ 23 ກໍລະກົດຢູ່ບັນດາບ່ອນປ່ອນບັດເລືອກຕັ້ງໃນຂອບເຂດທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ